ປະຫວັດຄວາມເປັນມາ ແລະພາບລວມຂອງທຸລະກິດບັດ
ທະນາຄານພົງສະຫວັນຈໍາກັດ (PSVB)ໄດ້ຮັບເປັນກຽດ
ເຂົ້າເປັນສະມາຊິກ
ຢ່າງເປັນທາງການຈາກ 2 ອົງການ ບັດທີ່ມີຊື່ສຽງ ໃນໂລກ (ຈາກສະມາຄົມບັດວີຊ້າ
ໃນວັນທີ 03 ເດືອນຕຸລາ ປີ 2007 ແລະ ຈາກອົງການ
ບັດມາສ ເຕີ້ຄາດໃນວັນທີ 03 ເດືອນ ສິງຫາ ປີ2009).
ພວກເຮົາ ປະສົບຄວາມສໍາເລັດໃນການດໍາເນີນການບໍລິການເພື່ອ ຮັບ ບັດວີຊ້າ ແລະ ມາສເຕີ້ຄາດ (Acquiring) ໃນ ທ້າຍ ເດືອນມັງກອນ ປີ 2010 ແລະ ພ້ອມທັງສືບຕໍ່
ດໍາ ເນີນ ໂຄງການກ່ຽວກັບທຸລະກິດການອອກບັດ
(Issuing) ແລະ ສາມາດເປີດໃຫ້ບໍລິການ
ຢ່າງເປັນທາງການ ໃນວັນ ທີ 06 ເມສາ 2011.
ດ້ວຍພື້ນຖານການນໍາໃຊ້ເທັກໂນໂລຢີທີ່ທັນສະໃໝຄົບຊຸດ
ໂດຍນໍາໄຊ້ລະບົບການບໍລິຫານຈັດການບັດ,ຈາກບໍລິສັດ ທີ່ມີຊື່ສຽງບໍລິສັດຊັນກາດ,
ທະນາຄານພົງສະຫວັນໄດ້ຕັ້ງ ເປົ້າໝາຍເພື່ອເປັນຜູ້ນໍາໃນຕະຫຼາດຊໍາ ລະສະສາງ ຜ່ານ ບັດ ສາກົນ
ຢູ່ສາທາລະນະລັດ ປະຊາ ທິປະໄຕ ປະຊາ ຊົນລາວ.
| |
ທະນາຄານພົງສະຫວັນ ໄດ້ອອກບັດວີຊ້າ / ມາສເຕີ້ສາກົນ ທີ່ມີຄຸນສົມບັດສອດຄ່ອງກັບມາດຕະຖານສາກົນ ແລະ ຕາມ ມາດ ຕະຖານ ຂອງອົງການບັດວີຊ້າ ແລະ ມາສເຕີ້ຄາດ.
ບັດເຄຼດິດວີຊ້າ/ມາສເຕີ້ຄາດທີ່ອອກໂດຍ ທະນາຄານພົງ
ສະຫວັນໃຫ້ກັບລູກຄ້າແມ່ນໃຊ້ສໍາລັບການ ຊໍາລະສະສາງ ແລະ ສາມາດນໍາໄຊ້ໃນຊ່ອງບໍລິການທົ່ວໂລກເຊິ່ງສາມາດ ອໍານວຍຄວາມສະດວກໃນການເບີກເງິນເກີນບັນຊີ, ການຊື້ ສິນຄ້າ, ການເບີກເງິນ ສົດລ່ວງໜ້າຢູ່ເຄົາເຕີ້ ແລະ ຖອນເງິນສົດຈາກຕູ້ເອທີເອັມ ເຊິ່ງເຮັດໃຫ້ລູກຄ້າເພິ່ງພໍໃຈ ໃນການໃຊ້ບັດທຸກທີ່ທຸກເວລາ.
ນອກຈາກນັ້ນ ທ່ານຂໍສະໝັກຂໍບັດເພີ່ມໄດ້ໃນ ບັນຊີບັດຂອງ
ທ່ານໂດຍເອີ້ນວ່າບັດເສີມ ສາມາດອອກໃຫ້ສໍາລັບ ບຸກຄົນ ໜຶ່ງ ຫຼື ຫຼາຍຄົນ ຂຶ້ນກັບຜູ້ທີ່ທ່ານເລືອກ ໃຫ້ເປັນສະມາຊິກ ບັດເສີມ.
ເຖິງຢ່າງໃດກໍ່ຕາມ ທ່ານຕ້ອງຮັບຜິດຊອບ ຕໍ່ຄ່າ
ທໍານຽມ ແລະ ຄ່າໃຊ້ຈ່າຍຕ່າງໆທັງໝົດທີ່ ສະມາຊິກບັດ
ເສີມໄດ້ເຮັດ ທຸລະກໍາຂຶ້ນ. ທ່ານສາມາດກໍານົດວົງເງິນ
ຂອງ ສະມາຊິກບັດ ເສີມໃຫ້ ນ້ອຍກວ່າວົງເງິນບັດຫຼັກ
ຂອງ ທ່ານ ກໍ່ໄດ້.
|