ບັນຊີຊັ້ນໜຶ່ງ

1. ຄຸນລັກສະນະຂອງບັນຊີ

ບັນຊີຊັ້ນໜຶ່ງຂອງທະນາຄານພົງສະຫວັນ ແມ່ນບັນຊີກະແສລາຍວັນທີ່ມີດອກເບ້ຍ ທີ່ຈະຮັກສາເງິນຂອງທ່ານໃຫ້ປອດໄພ ແລະ ແມ່ນບັນຊີຊັ້ນຍອດສຳລັບ ລູກຄ້າທີ່ເປັນບຸກຄົນທີ່ມີຄ່າສຸດທິສູງ ເຊິ່ງບາງເທື່ອອາດຈະຫຍຸ້ງຍາກກັບວຽກງານຫຼາຍເກີນໄປ ຈົນບໍ່ມີເວລາທີ່ຈະໄປຄຸ້ມຄອງວຽກງານການເງິນປະຈຳວັນ ຂອງຕົນໄດ້. ຜູ້ທີ່ຖືບັນຊີຊັ້ນໜຶ່ງຍັງມີສິດເຂົ້າໄປນັ່ງໃນຫ້ອງຮັບແຂກພິເສດຊັ້ນໜຶ່ງ ເຊິ່ງເຂົາເຈົ້າສາມາດນັ່ງພັກຜ່ອນຢ່າງສະບາຍ, ອ່ານປຶ້ມ, ເພີດເພີນກັບການ ນັ່ງດື່ມກາເຟ ຫຼື ນ້ຳສົ້ມ ລໍຖ້າການເຮັດທຸລະກຳ ໃນຂະນະທີ່ມີພະນັກງານທະນາຄານທີ່ຜ່ານການເຝິກອົບຮົມຂັ້ນສູງມາແລ້ວ ເພື່ອຈັດການ ການເຄື່ອນໄຫວຕ່າງໆໃຫ້ທ່ານ.



2. ຜົນປະໂຫຍດຂອງບັນຊີ
3. ປະເພດສະກຸນເງິນຝາກ
4. ອັດຕາດອກເບ້ຍ ແລະ ການຮັບດອກເບ້ຍບັນຊີຊັ້ນໜຶ່ງ
ສະກຸນເງີນ ດອກເບ້ຍຕໍ່ປີ
ກີບ 2.00%
ບາດ 1.75%
ໂດລາ 1.75%

(ປັບປຸງໃນວັນທີ 16/09/2019)

ໝາຍເຫດ: ດອກເບ້ຍຈະຖືກສົ່ງເຂົ້າບັນຊີຂອງທ່ານທຸກໆເດືອນ.

5. ຄ່າທຳນຽມ
ລຳດັບ ລາຍການ ຄ່າບໍລິການ
ກີບ ໂດລາ ບາດ
1 ຍອດເຫຼືອຕໍ່າກວ່າ 100,000,000 ກີບ, 10,000 ໂດລາ,400,000ບາດ ບໍ່ໄດ້ດອກເບ້ຍ ແລະ ບໍ່ຫັກຄ່າທຳນຽມ
2 ປິດບັນຊີ 30,000 4 120
3 ອອກປື້ມແຊັກ ແລະ ປື້ມເງິນຝາກ (ຟຣີຄັ້ງທໍາອິດທີເປີດບັນຊີ) ບໍ່ເກັບ
4 ອອກປື້ມແຊັກ 40,000/ຫົວ 5/ຫົວ 200/ຫົວ
5 ອອກປື້ມບັນຊີຫົວໃໝ່(ກໍລະນີປື້ມເສຍ, ປື້ມຂາດ ຫຼື ມີການປ່ຽນແປງຂໍ້ມູນ) 50,000/ຫົວ 6/ຫົວ 200/ຫົວ
6. ຈຳນວນເງິນຝາກເບື້ອງຕົ້ນ

100,000,000 ກີບ ຫຼື 400,000 ບາດ ຫຼື 10,000 ໂດລາສະຫະລັດ

7. ເງື່ອນໄຂໃນການເປີດບັນຊີ
8. ວິທີການເປີດບັນຊີ

ພິເສດ: ບັນຊີປະເພດນີ້ສາມາດເປີດຮ່ວມກັນຫຼາຍຄົນໄດ້ ພຽງແຕ່ນຳເອົາເອກະສານຢັ້ງຢືນຕາມສະຖານະຂອງຜູ້ທີ່ຈະເປີດບັນຊີຮ່ວມນຳກັນ.

ດິຈິຕອລ ແບ້ງຄິງ
ຫນ້າຫຼັກ Digital Banking
Hi App
Hi Online
Hi Business
info@phongsavanhbank.com
ໂທ:(+856-21)716999
Copyright Phongsavanh Bank 2018