Share ໜ້ານີ້

ຜະລິດຕະພັນ Payroll

1. ຄຸນລັກສະນະຂອງຜະລິດຕະພັນ Payroll

ເປັນຜະລິດຕະພັນທີ່ສະດວກໃນການເບີກຈ່າຍເງິນເດືອນໃຫ້ພະນັກງານຂອງບໍລິສັດໂດຍຜ່ານລະບົບທະນາຄານ ໂດຍບໍ່ເສຍເວລາຖືເງິນສົດ ແລະ ບໍ່ຈຳເປັນຕ້ອງຈ່າຍເງິນສົດໃຫ້ພະນັກງານ ລະບົບຈະນຳເງິນເດືອນຂອງພະນັກງານເຂົ້າບັນຊີເງິນຝາກຂອງພະນັກງານໃນທຸກໆເດືອນຕາມວັນທີທີ່ທາງບໍລິສັດກຳນົດໄວ້ກັບທະນາຄານ.



2. ຜົນປະໂຫຍດຂອງຜະລິດຕະພັນ Payroll
  • ລູກຄ້າບໍລິສັດຈະໄດ້ຮັບຄວາມສະດວກສະບາຍໃນການຈ່າຍເງິນເດືອນພະນັກງານ
  • ລູກຄ້າບໍລິສັດບໍ່ຈຳເປັນຈ່າຍເງິນສົດໃຫ້ພະນັກງານ
  • ລູກຄ້າບໍ່ຈຳເປັນຕ້ອງເສຍເວລານັບເງິນໃຫ້ພະນັກງານຫຼາຍຕຳແໜ່ງ
  • ທະນາຄານຈະນຳເງິນເດືອນຂອງພະນັກງານເຂົ້າບັນຊີເງິນຝາກຂອງພະນັກງານໃນທຸກໆເດືອນຕາມວັນທີທີ່ທາງບໍລິສັດກຳນົດໄວ້
  • ພະນັກງານສາມາດຖອນເງິນໃນບັນຊີ ແລະ ອອກບັດ ATM ເພື່ອກົດເງິນສົດໄດ້ໃນທັນທີທີ່ຕ້ອງການຖອນເງິນ
  • ສາມາດນຳໃຊ້ບໍລິການຕ່າງໆຂອງທະນາຄານໄດ້ຜ່ານຕູ້ ATM
3. ຄ່າທຳນຽມຕ່າງໆຂອງຜະລິດຕະພັນ Payroll
  • ຄ່າທຳນຽມຈ່າຍເງິນເດືອນແມ່ນ 2000 ກີບ/ບັນຊີ
  • ຄ່າອອກບັດ ATM 30,000 ກີບ/ບັດ
  • ຄ່ານຳໃຊ້ບັດ ATM 3,000 ກີບ/ເດືອນ

(ປັບປຸງໃນວັນທີ 07/07/2018)

4. ເອກະສານປະກອບການສະໝັກ ເປີດບັນຊີບໍລິສັດ ແລະ ພະນັກງານບໍລິສັດທີ່ຈະມາຈ່າຍເງິນເດືອນ
ເອກະສານປະກອບເປີດບັນຊີບໍລິສັດປະກອບມີ:
  • ໃບທະບຽນວິສາຫະກິດ
  • ໃບເສຍອາກອນ
  • ເອກະສານຜູ້ມິສິດອຳນາດໃນການສັ່ງຈ່າຍໃນບໍລິສັດ
ເອກະສານປະກອບເປີດບັນຊີພະນັກງານບໍລິສັດ ປະກອບມີ:
  • ບັດພະນັກງານ
  • ໃບຢັ້ງຢືນການເປັນພະນັກງານຂອງບໍລິສັດ ຫລື ບັດປະຈຳຕົວ, ສຳມະໂນຄົວ, passport
ດິຈິຕອລ ແບ້ງຄິງ
ຫນ້າຫຼັກ Digital Banking
Hi App
Hi Online
Hi Business
info@phongsavanhbank.com
ໂທ:(+856-21)716999
Copyright Phongsavanh Bank 2018