Share ໜ້ານີ້

ເຄື່ອງຮູດບັດ(POS)

ສະດວກ: ຮັບຊຳລະດວ້ຍບັດເຄຣດິດຈາກທົ່ວໂລກ.

ປອດໄພ: ຈາກການສໍ້ໂກງບັດ ເພາະເຮົາມີທີມງານປອ້ງກັນ ການສໍ້ໂກງປະຕິບັດໜ້າທີ່ຕະຫຼອດ 24 ຊົ່ວໂມງ.

ອຸ່ນໃຈ: ກັບທີມປຶກສາມືອາຊີບ ພອ້ມໃຫ້ຄຳແນະນຳຕະຫຼອດການໃຊ້ງານ

ໃຊ້ງ່າຍ: ດວ້ຍລະບົບລາຍງານຜົນການຂາຍທຸກວັນ.


ສິດທິປະໂຫຍດທີ່ທາງຮ້ານຄ້າ ສະມາສິກເຄື່ອງຮູດບັດ ພົງສະຫວັນ ຈະໄດ້ຮັບທັນທີ

ຮັບຟຣີ ເຄື່ອງຮູດບັດ: ທະນາຄານບໍ່ເກັບຄ່າເຊົ່າເຄື່ອງ, ຄ່າໃບບິນ, ຄ່າຕິດຕັ້ງ, ຄ່າສະໝັກ ແລະ ບໍ່ມີຄ່າມັດຈຳໃດໆ.

ຮັບຟຣີ ປ້າຍໂລໂກ້ວີຊາ, ມາສເຕີຄາດ, ເຈຊີບີ ແລະ ຢູນຽນເພ: ເມື່ອທ່ານເຂົ້າເປັນສະມາຊິກ ຮ້ານຄ້າເຄື່ອງຮູດບັດເຄຣດິດ ຂອງທະນາຄານພົງສະຫວັນແລ້ວ, ທາງພະນັກງານເຮົາຈະໄດ້ນຳເອົາ ປ້າຍທີ່ມີເຄື່ອງໝາຍ ວີຊາ, ມາສເຕີຄາດ, ເຈຊີບີ ແລະ ຢູນຽນເພ ໃຫ້ທ່ານຕິດໄວ້ໜ້າຮ້ານຟຣີ, ເພື່ອເປັນສິ່ງປະຈັກຕາ ແລະ ດຶງດູດລູກຄ້າໃຫ້ແກ່ຮ້ານຄ້າໄດ້ເປັນຢ່າງດີ.

ຮັບຟຣີ ບໍລິການຕິດຕັ້ງເຄື່ອງຮູດບັດ ແລະ ວິທີການນຳໃຊ້: ມີການບໍລິການຕິດຕັ້ງທີ່ວອ່ງໄວ ແລະເປັນຂັ້ນຕອນ, ພອ້ມທັງມີພະນັກງານທີ່ມີຄວາມ ຊຳນິຊຳນານເປັນຜູ້ໃຫ້ຄຳອະທິບາຍ ແລະ ຝຶກແອບໃຫ້ພະນັກງານຂອງທ່ານ ຕໍ່ກັບວິທີການນຳໃຊ້ ທີ່ມີຄວາມຄອ່ງແຄ້ວ ແລະ ຖືກຕອ້ງທີ່ສຸດ.

ເອກະສານປະກອບ
  • ສໍາເນົາໃບທະບຽນວິສາຫະກິດ.
  • ສໍາເນົາໃບອະນຸຍາດດຳເນີນທຸລະກິດ.
  • ສໍາເນົາໃບທະບຽນອາກອນ.
  • ສໍາເນົາປະຫວັດຂອງບໍລິສັດ.
  • ສຳເນົາບັດປະຈຳຕົວ/ໜັງສືເດີນທາງ, ສຳມະໂນຄົວ (ສໍາລັບຄົນລາວ).
  • ໃບລາຍງານການເຄື່ອນໄຫວບັນຊີຂອງບໍລິສັດ 3ເດືອນລ້າສຸດ.
  • ສໍາເນົາໜ້າບັນຊີເງິນຝາກສະກຸນກີບທະນາຄານພົງສະຫວັນ ຈໍາກັດ
ຮ້ານຄ້າທີ່ມີຄວາມສົນໃຈ ເປັນສະມາຊິກເຄື່ອງຮູດບັດເຄຣດິດ ຂອງທະນາຄານພົງສະຫວັນ

ກະລຸນາຕິດຕໍ່ ພາກສ່ວນວິຊາການສະໜັບສະໜູນ ຮ້ານຄ້າ, ສູນບັດ ,ທະນາຄານພົງສະຫວັນ ຫຼື ຕິດຕໍ່ພະນັກງານບໍລິການ ຢູ່ໜ່ວຍບໍລິການໃກ້ບ້ານທ່ານ

ເບີໂທຕິດຕໍ່: 021 711668

ລາຍຊື່ຮ້ານຄ້າທີີ່ໃຊ້ເຄື່ອງຮູດບັດຂອງທະນາຄານພົງສະຫວັນ
ດາວໂຫຼດແບບຟອມສະໝັກຕິດຕັ້ງເຄື່ອງຮູດບັດ
ດິຈິຕອລ ແບ້ງຄິງ
ຫນ້າຫຼັກ Digital Banking
Hi App
Hi Online
Hi Business
info@phongsavanhbank.com
ໂທ:(+856-21)716999
Copyright Phongsavanh Bank 2018