Untitled Document
ໜ້າຫລັກ | ກ່ຽວກັບ ທພສວ | ຜັງເວັບ | ຕິດຕໍ່ພວກເຮົາ| Login
Interest Rates
ໜ້າຫຼັກ ລູກຄ້າບຸກຄົນ ບັນຊີເງິນຝາກ


ບັນຊີເງິນຝາກທະນາຄານປະເພດຈ່າຍຄືນ ເມື່ອທວງຖາມ ຫຼື ຖອນໂດຍໃຊ້ເຊັກ

 

ບັນຊີກະແສລາຍວັນແມ່ນຫຍັງ?

ບັນຊີທີ່ຈະຊ່ວຍໃຫ້ທ່ານຄຸ້ມຄອງການຈ່າຍເງິນກ້ອນໃຫຍ່ໄດ້ດີຂື້ນເປັນວິທີທີ່ງ່າຍດາຍໃນການ ຄຸ້ມຄອງບັນຊີທະນາຄານ. ມັນບໍ່ພຽງແຕ່ປົກປັກຮັກສາເງິນຂອງທ່ານເທົ່ານັ້ນແຕ່ຍັງຊ່ວຍໃຫ້ທ່ານສາມາດດໍາເນີນການຈ່າຍເງິນກ້ອນໃຫຍ່

ພາຍໃນປະເທດໂດຍບໍ່ຕ້ອງໃຊ້ເງິນສົດອີກດ້ວຍທ່ານບໍ່ຕ້ອງກັງວົນກັບການທີ່ຈະກໍາເງິນຕິດຕົວໄປທົ່ວທຸກແຫ່ງຫົນອີກຕໍ່ໄປ (ໂດຍຢ້ານວ່າຈະອົດ ໃຈຈ່າຍບໍ່ໄດ້) ຫຼື ສ່ຽງທີ່ຈະປະໄວ້ ເຮືອນ ທ່ານພຽງແຕ່ເປີດບັນຊີກັບທະນາຄານພົງສະຫວັນ ກໍ່ຈະ ໝົດບັນຫາເຊິ່ງມີທັງແບບສໍາລັບ ລູກຄ້າບຸກຄົນ ແລະ ທີ່ເປັນທຸລະກິດ. ບັນຊີກະແສລາຍວັນ ຂອງ ພວກເຮົາ ແມ່ນບັນຊີໃໝ່ທີ່ໜ້າສົນໃຈ ເຊິ່ງເຮັດ ໃຫ້ທ່ານ ບໍ່ຕ້ອງກັງວົນກັບເລື່ອງການຊໍາລະຄ່າສິນຄ້າ ແລະ ບໍລິການດ້ວຍ ເງິນສົດ ບັນຊີແບບນີ້ຍັງຊ່ວຍໃຫ້ທ່ານ ສາມາດ ເຊື່ອມກັບບໍລິການ ເບີກເງິນ ເກີນບັນຊີຕາມຄໍາຂໍໄດ້ອີກ ບັນຊີກະແສລາຍວັນຂອງ ທະນາຄານພົງສະຫວັນ ຈະ ເຮັດໃຫ້ທ່ານປອດໄພ ແລະ ແມ່ນບັນຊີທີ່ດີເລີດອັນໜຶ່ງ ສໍາລັບການດໍາເນີນ ທຸລະກິດຢ່າງເປັນປະຈໍາ ບໍ່ວ່າທ່ານ ຈະ ເປັນເຈົ້າຂອງບັນຊີທຸລະກິດ ຫຼື ບຸກຄົນກໍ່ຕາມ


ຄວາມສະດວກຂອງບັນຊີແບບນີ້ ຈະເຮັດໃຫ້ທ່ານສາມາດ:

ສາມາດໂອນເງິນເດືອນເຂົ້າບັນຊີຂອງທ່ານໄດ້ໂດຍກົງເລີຍ ໂອນເພີ່ມເຕີມຕາມຕ້ອງການເຂົ້າບັນຊີເມື່ອທ່ານຕ້ອງກັານ ເປີດບັນຊີໃນນາມຂອງທ່ານເອງ ຫຼື ຮ່ວມກັບຜູ້ອື່ນກໍ່ໄດ້ ສາມາດເປີດບັນຊີເງິນກີບ, ບາດ ຫຼື ໂດລາກໍ່ໄດ້ ລູກຄ້າບຸກຄົນທໍາມະດາຈະໄດ້ຮັບບັດ ATM ເພື່ອຖອນເງິນຈາກຕູ້ ATM ຕະຫຼອດ 24 ຊົ່ວໂມງ


ຜົນປະໂຫຍດທີ່ທ່ານຈະໄດ້ຮັບຈາກບັນຊີກະແສລາຍວັນ:

ກໍາຈັດຄວາມສ່ຽງຕ່າງໆ ທີ່ກ່ຽວກັບການທີ່ຕ້ອງຮັກສາເງິນສົດໄວ້ຈໍານວນຫຼວງຫຼາຍ ແລະ ຄວາມຢາກໃຊ້ຈ່າຍເງິນດັ່ງກ່າວ ໂອນເພີ່ມເຕີມຕາມຕ້ອງການເຂົ້າບັນຊີເມື່ອທ່ານຕ້ອງກັານ ສາມາດກວດສອບຍອດເງິນ ຫຼື ໃບແຈ້ງຍອດເງິນຂອງທ່ານຍາມໃດກໍ່ໄດ້ຜ່ານຕູ້ ATM ຕະຫຼອດ 24 ຊົ່ວໂມງ ການເບີກເງິນເກີນບັນຊີສາມາດສາມເຊີ່ມກັບບັນຊີໄດ້ເຊິ່ງຈະເຮັດໃຫ້ທ່ານສາມາດຄຸ້ມຄອງການເໜັງຕີງໃນສະພາຍການເງິນຂອງ ທ່ານໄດ້ດີຂື້ນ


ເງື່ອນໄຂໃນການເປີດບັນຊີທ້ອນເງິນ:

ເຂົ້າໄປປຶກສາກັບເຈົ້າໜ້າທີ່ບໍລິການລູກຄ້າຂອງພວກເຮົາໄດ້ທຸກສາຂາ ແລະ ໜ່ວຍບໍລິການ ຖືເງິນສົດຢ່າງນ້ອຍ 10 000 000 ກີບ ຫຼື 35 000 ບາດ ຫຼື 1 000 ໂດລາ ສະຫະລັດ ສໍາເນົາບັດປະຈໍາຕົວ ຫຼືໜັງສີຜ່ານແດນ ພ້ອມກັບ ສໍາເນົາສໍາມະໂນຄົວ

ສິ່ງສໍາຄັນ

ຖ້າຍອດເງິນໃນບັນຊີຂອງທ່ານ ຫາກຕໍ່າກ່ວາຂັ້ນຕໍ່າສຸດທີ່ກໍານົດໄວ້ຈະຕ້ອງໄດ້ມີການຄິດໄລ່ຄ່າທໍານຽມການຮັກສາບັນຊີໄລຍະເຄຶ່ງປີແມ່ນ 5 ໂດລາ ແລະ ຄ່າທໍານຽມບັດ ATM ແມ່ນ 30 000 ກັບ/ປີ.

Products | Promotions

  • 1 ໃຊ້ບັດເອທີເອັມພົງສະຫວັນ ກົດເງີນຈາກຕູ້ຂອງ ທະນາຄານກຸງເທບໄດ້
  • 2 ບັດເຄຣດິດ ທະນາຄານພົງສະຫວັນ
  • 3 ບັນຊີ ຊັ້ນໜຶ່ງ ທະນາຄານພົງສະຫວັນ
  • 4 ຜົນງານຮອບ 5ປີ ຂອງທະນາຄານພົງສະຫວັນ ຈໍາກັດ
  • 5 ກູ້ເງີນດ່ວນ..!ສົງເສີມທຸລະກິດຮອບດ້ານ
  • 6 ລະບົບໂອນເງີນທີ່ໄດ້ຮັບການຍອມຮັບ ຈາກຫລາຍປະເທດທົ່ວໂລກ