ບັນຊີຄຸ້ມຄອງເງິນສົດ

1. ຄຸນລັກສະນະຂອງບັນຊີ

ບັນຊີຄຸ້ມຄອງເງິນສົດ ເປັນບັນຊີທະນາຄານ ທີ່ໃຫ້ດອກເບັ້ຍທີ່ສູງຂຶ້ນໄປ ຕາມຍອດເງິນທີ່ສູງຂຶ້ນໄປ. ບັນຊີຄຸ້ມຄອງເງິນສົດຂອງ ທະນາຄານພົງສະຫວັນ ແມ່ນບັນຊີທີ່ໃຫ້ດອກເບັ້ຍຫລາຍຂຶ້ນ ຈາກເງິນທີ່ຖ້າທ່ານຍິ່ງເພີ່ມເງິນຝາກ ກໍ່ຍິ່ງຈະໄດ້ດອກເບັ້ຍຫລາຍຂື້ນເທົ່ານັ້ນ. ບັນຊີແບບນີ້ສ້າງຂຶ້ນມາເພື່ອແນໃສ່ ຕອບສະໜອງຄວາມຕ້ອງການຂອງລູກຄ້າທີ່ເປັນບຸກຄົນທໍາມະດາ ແລະ ທີ່ເປັນນັກທຸລະກິດທີ່ ທີ່ຢາກໃຫ້ໄດ້ຮັບຜົນຕອບແທນສູງສຸດຈາກກ້ອນເງິນທີ່ ຫລາຍຂຶ້ນໃນເວລາສັ້ນ. ບັນຊີຄຸ້ມຄອງເງິນສົດຂອງທະນາຄານພົງສະຫວັນ ຮັກສາເງິນຂອງທ່ານໃຫ້ປອດໄພ ແລະ ແມ່ນບັນຊີ ທີ່ດີເລີດສໍາລັບ ລູກຄ້າທີ່ເປັນບຸກຄົນທໍາມະດາ ຫຼື ທີ່ເປັນນັກທຸລະກິດທີ່ຢາກໄດ້ອັດຕາດອກເບັ້ຍທີ່ສູງຂຶ້ນ, ແຕ່ບໍ່ສາມາດຝາກເງິນແບບປະຈໍາໃນໄລຍະຍາວໄດ້. ທ່ານສາມາດຖອນເງິນໄດ້ພຽງແຈ້ງໃຫ້ ທະນາຄານພົງສະຫວັນຊາບກ່ອນລ່ວງໜ້າໜຶ່ງມື້ເທົ່ານັ້ນ.

2. ຜົນປະໂຫຍດຂອງບັນຊີ
3. ປະເພດສະກຸນເງິນຝາກ
4. ອັດຕາດອກເບ້ຍ ແລະ ການຮັບດອກເບ້ຍບັນຊີຄຸ້ມຄອງເງິນສົດ
ສະກຸນເງີນ ເງືອນ​ໄຂ ອັດຕາດອກເບ້ຍ
ກີບ 20,000,000 to 50,000,000 2.50%
>50,000,000 to 250,000,000 2.75%
>250,000,000 3.00%
ບາດ 80,000 to 200,000 1.75%
>200,000 to 1,000,000 2.00%
>1,000,000 2.25%
ໂດລາ 2,000 to 5,000 1.75%
>5,000 to 25,000 2.00%
>25,000 2.25%

(ປັບປຸງໃນວັນທີ 10/06/2019)

ໝາຍເຫດ: ດອກເບ້ຍຈະຖືກສົ່ງເຂົ້າເຂົ້າບັນຊີຂອງທ່ານທຸກໆເຄິ່ງປີ ຄື ທ້າຍເດືອນ 06 ແລະ 12 ຂອງທຸກໆປີ.

5. ຄ່າທຳນຽມ
ລຳດັບ ລາຍການ ຄ່າບໍລິການ
ກີບ ໂດລາ ບາດ
1 ອອກປື້ມບັນຊີໃໝ່ກໍລະນີຈີກຂາດຫຼື ເສຍຫາຍ 30,000 4 120
2 ປິດບັນຊີ 20.000 2 80
6. ຈຳນວນເງິນຝາກເບື້ອງຕົ້ນ

20,000,000 ກີບ ຫຼື 80,000 ບາດ ຫຼື 2,000 ໂດລາສະຫະລັດ

7. ເງື່ອນໄຂໃນການເປີດບັນຊີ
8. ວິທີການເປີດບັນຊີ

ພິເສດ: ບັນຊີປະເພດນີ້ສາມາດເປີດຮ່ວມກັນຫຼາຍຄົນໄດ້ ພຽງແຕ່ນຳເອົາເອກະສານຢັ້ງຢືນຕາມສະຖານະຂອງຜູ້ທີ່ຈະເປີດບັນຊີຮ່ວມນຳກັນ.

ດິຈິຕອລ ແບ້ງຄິງ
ຫນ້າຫຼັກ Digital Banking
Hi App
Hi Online
Hi Business
info@phongsavanhbank.com
ໂທ:(+856-21)716999
Copyright Phongsavanh Bank 2018