Share ໜ້ານີ້

ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖີ່ນ


ຈຸດປະສົງ

ເພື່ອສະໜອງແຫຼ່ງທຶນດອກເບ້ຍຕ່ຳໃຫ້ຫົວໜ່ວຍທຸລະກິດທີ່ເຂົ້າເງື່ອນໄຂຂະແໜງການເປົ້າໝາຍ.

  1. ຂະແໜງກະສິກໍາ ແລະ ປ່າໄມ້
  2. ຂະແໜງອຸດສາຫະກໍາປຸງແຕ່ງ ແລະ ຫັດທະກໍາ
  3. ຂະແໜງບໍລິການ-ທ່ອງທ່ຽວ ແລະ ຂະແໜງການຄ້າ
ເງື່ອນໄຂຜູ້ກູ້ຢືມ
  1. ເປັນ ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ດໍາເນີນທຸລະກິດຖຶກຕ້ອງຕາມກົດໝາຍ
  2. ມີໃບອະນຸຍາດດໍາເນີນທຸລະກິດ ທີ່ສອດຄ່ອງຕາມຂະແໜງການເປົ້າໝາຍ
  3. ເປັນຫົວໜ່ວຍທຸລະກິດທີ່ມີເງິນລົງທຶນຂອງຕົນເອງ ຫຼາຍກວ່າ 30%
  4. ຖືບັນຊີ ແລະ ປະຕິບັດພັນທະອາກອນ ຕາມກົດໝາຍທີ່ກ່ຽວຂ້ອງຢ່າງຄົບຖ້ວນ ແລະ ເປັນປົກກະຕິ
  5. ບໍ່ໄດ້ຮັບນະໂຍບາຍນີ້ຈາກທະນາຄານທຸລະກິດອື່ນມາກ່ອນ
  6. ເງື່ອນໄຂອື່ນຕາມທີ່ ທຫລ ກໍານົດ ແລະ ເຂ້າເງື່ອນໄຂຂອງທະນາຄານ ພົງສະຫວັນ ຈໍາກັດ
ວົງເງິນປ່ອຍກູ້

ວົງເງິນກູ້ບໍ່ເກີນ 5 ຕື້ກີບ ຕໍ່ຫົວໜ່ວຍທຸລະກິດ

ໄລຍະເວລາກູ້

ບໍ່ເກີນ 5 ປີ

ການຊໍາລະຄືນຕົ້ນທຶນ

ມີໄລຍະປອດຊໍາລະຕົ້ນທຶນຕາມທີ່ ທຫລ ກໍານົດ ຫຼັງຈາກນັ້ນຊໍາລະຕົ້ນທຶນ ທຸກເດືອນ

ການຊໍາລະຄືນດອກເບ້ຍ

ຊໍາລະດອກເບ້ຍທຸກເດືອນ

ອັດຕາດອກເບ້ຍ

6%ຕໍ່ປີ

ຄ່າທໍານຽມ

ບໍ່ເກັບຄ່າທໍານຽມທີ່ຕິດພັນການປ່ອຍກູ້

ຫຼັກຊັບຄໍ້າປະກັນ
  • ໃບຕາດິນຂອບທອງ:ທີ່ດິນພ້ອມສິ່ງປຸກສ້າງ ຫຼື ດິນເປົ່າວ່າງ
  • ເງິນຝາກຄໍ້າປະກັນ
ເງື່ອນໄຂອື່ນ

ຫົວໜ່ວຍທຸລະກິດທີ່ຂໍກູ້ ຕ້ອງໄດ້ຮັບການອະນຸມັດຈາກ ທຫລ ແລະ ຂະແໜງການທີ່ກ່ຽວຂ້ອງ

ຕິດຕໍ່ສອບຖາມ

ສົນໃຈສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ສາຂາ/ໜ່ວຍບໍລິການ ທົ່ວປະເທດ ຫຼື ໂທສອບຖາມທີ່ເບີ Call Center 1188.

YouTube: Phongsavanh Bank
Facebook: Phongsavanh Bank
Website: www.Phongsavanhbank.com

ດິຈິຕອລ ແບ້ງຄິງ
ຫນ້າຫຼັກ Digital Banking
Hi App
Hi Online
Hi Business
info@phongsavanhbank.com
ໂທ:(+856-21)716999
Copyright Phongsavanh Bank 2018