Share ໜ້ານີ້

ຄ່າ​ທຳນຽ​ມບໍລິການ​ທຸລະ​ກຳສິນ​ເຊື່ອ

ລຳດັບ ລາຍການ ຄ່າບໍລິການ
1ຄ່າທຳນຽມອະນຸມັດເງິນກູ້

ສະກຸນເງິນກີບ ເກັບ 1% ຂອງວົງເງິນອະນຸມັດ.

ສະກຸນເງິນຕາຕ່າງປະເທດ ເກັບ 1% ຂອງວົງເງິນອະນຸມັດ.

2ຄ່າທຳນຽມປະເມີນຫຼັກຊັບ
2.1 ລາຍຍ່ອຍ (ວົງເງິນກູ້ຈຳນວນ 50 ລ້ານກີບລົງມາ)300.000 ກີບ/ລາຍ
2.2 SMEs & ສິນເຊື່ອລາຍໃຫຍ່ກໍລະນີມີດິນ 1 ຕອນ ເກັບ 0,25%ຂອງວົງເງິນອະນຸມັດ, ຕໍ່າສຸດ 1.000.000 ກີບ, ສູງສຸດ 5 ລ້ານກີບ
ກໍລະນີມີດີນເກີນ 1 ຕອນ ເກັບ 500.000 ກີບ/ຕອນ
ຂັ້ນຕອນການປະຕິບັດໃນການເກັບຄ່າທຳນຽມປະເມີນຫຼັກຊັບ

- ໃຫ້ເກັບຄ່າປະເມີນຫຼັກຊັບ ກັບລູກຄ້າ ກ່ອນລົງປະເມີນຫຼັກຊັບ ໂດຍໃຫ້ເກັບຕາມວົງເງິນກູ້ທີລູກຄ້າສະເໜີກູ້, ໂດຍໃຫ້ລູກຄ້າເປີດບັນຊີ ແລະ ນໍາເງິນຄ່າທໍານຽມ ດັ່ງກ່າວເຂົ້າບັນຊີໄວ້ເພື່ອທາງທະນາຄານ ຈະໄດ້ຕັດເງິນດັ່ງກ່າວຕໍ່ໄປ ກ່ອນລົງປະເມີນຫຼັກຊັບ.

- ໃຫ້ມີປະກາດຂອງທະນາຄານ ເຖິງລູກຄ້າທີຈະຕ້ອງປະຕິບັດຕາມເງື່ອນໄຂຂ້າງເທິງ ໃນການຈ່າຍຄ່າທຳນຽມ ປະເມີນຫຼັກຊັບກ່ອນ ເຖິງແມ່ນວ່າລູກຄ້າຈະໄດ້ຮັບອະນຸມັດເງິນກູ້ຈາກທະນາຄານ ຫຼື ບໍ່ກໍ່ຕາມ (ໃຫ້ລະບຸໃສ່ໃບສະເໜີຂໍກູ້)

3ຄ່າທຳນຽມໃນການປັບໂຄງສ້າງໜີ້ ແລະ ດັດແກ້ສັນຍາເງິນກູ້1% ຂອງວົງເງິນອະນຸມັດ ຂັ້ນຕ່ຳ 2 ລ້ານກີບ, 250 ໂດລາ ແລະ 8,000 ບາດ ສຸງສຸດບໍ່ເກີນ 50 ລ້ານກີບ, 6.000 ໂດລາ ແລະ 200.000 ບາດ
4ຄ່າທຳນຽມອະນຸມັດວົງເງິນສິນເຊື່ອທີ່ນຳໃຊ້ເງິນຝາກຄ້ຳປະກັນ (ສະເພາະເງິນຝາກຂອງທະນາຄານ ພົງສະຫວັນ ເທົ່ານັ້ນ, ສ່ວນຂອງທະນາຄານອື່ນບໍ່ຮັບ)1% ຂອງວົງເງິນອະນຸມັດ ຕ່ຳສຸດ 30 ໂດລາ ແລະ 1.000 ບາດ. ສ່ວນສະກຸນເງິນກີບບໍ່ມີຂັ້ນຕ່ຳ.
5ຄ່າທຳນຽມປິດກ່ອນກຳນົດ

ວົງເງິນກູ້ໝູນວຽນ ຫຼື ເງິນກູ້ເບີກເກີນບັນຊີ: ກໍລະນີລູກຄ້າໃຊ້ວົງເງິນກູ້ມາແລ້ວ 3/4 ຂອງໄລຍະເວລາໃນສັນຍາເງິນກູ້, ແມ່ນໃຫ້ຍົກເວັ້ນຄ່າທຳນຽມປິດບັນຊີກ່ອນກຳນົດ.

ວົງເງິນກູ້ຄົງທີ: ກໍລະນີລູກຄ້າ ໃຊ້ວົງເງິນກູ້ມາແລ້ວໄລຍະເວລາເກີນກວ່າເຄີ່ງຫນື່ງຂອງໄລຍະເວລາກູ້ຢືມ ແລະ ເງິນຕົ້ນທີ່ຊຳລະໄປແລ້ວຫລາຍກວ່າ 50%ຂອງວົງເງິນກູ້ທີ່ໄດ້ຮັບອະນຸມັດ ແມ່ນໃຫ້ຍົກເວັ້ນຄ່າທຳນຽມປິດບັນຊີກ່ອນກຳນົດ.

6ຄ່າທຳນຽມທົບທວນເງິນກູ້ໝູນວຽນ

ວົງເງິນກູ້ຕ່ຳກວ່າ 1 ລ້ານໂດລາ ຫລື ທຽບເທົ່າ 0,5% ຂອງວົງເງິນອະນຸມັດ.

ວົງເງິນກູ້ເກີນກວ່າ 1 ລ້ານໂດລາ ຫລື ທຽບເທົ່າ 0,25% ຂອງວົງເງິນອະນຸມັດ.

7ຄ່າທຳນຽມຄວາມສ່ຽງ ຄິດຕາມຈຳນວນມື້ຄ້າງຊຳລະເກີນ 14 ວັນ (ເກັບຫຼັງຈາກທົບທວນສິນເຊື່ອທຸກ 6 ເດືອນ ທຸກປະເພດວົງເງິນກູ້)

ວົງເງິນກູ້ແຕ່ 8 ຕ້ືກີບຂື້ນໄປ ຫລືທຽບເທົ່າ ເກັບ 100 ໂດລາ, 3.500 ບາດ ຫລື 850.000 ກີບ ຕໍ່ຄັ້ງທີ່ຄ້າງຊຳລະເກີນ 14 ວັນ.

ວົງເງິນກູ້ແຕ່ 50 ລ້ານກີບຂື້ນໄປ ແຕ່ບໍ່ເກີນ 8 ຕ້ືກີບ ຫລື ທຽບເທົ່າ ເກັບ 50 ໂດລາ, 425.000 ກີບ ແລະ 1.750 ບາດ ຕໍ່ຄັ້ງ ທີ່ຄ້າງຊຳລະເກີນ 14 ວັນ.

ວົງເງິນກູ້ແຕ່ 50 ລ້ານກີບລົງມາ ຫລືທຽບເທົ່າ ເກັບ 25 ໂດລາ, 220.000 ກີບ ແລະ 900 ບາດ ຕໍ່ຄັ້ງທີ່ຄ້າງຊຳລະເກີນ 14 ວັນ.

(ໂດຍໃຫ້ລະບຸເຂົ້າໃນສັນຍາເງິນກູ້ພ້ອມທຸກຄັ້ງ)

8ຄ່າທຳນຽມຄວາມສ່ຽງສິນເຊື່ອ (ເກັບຫຼັງຈາກປິດບັນຊີເງິນກູ້ຕາມຈຳນວນວັນຄ້າງສຸງສຸດ)

ວັນຄ້າງເກີນ 14 ວັນ - 30 ວັນ ເກັບ 0,5% ຂອງວົງເງິນອະນຸມັດ.

ວັນຄ້າງແຕ່ 31 ວັນ - 60 ວັນ ເກັບ 1% ຂອງວົງເງິນອະນຸມັດ.

ວັນຄ້າງແຕ່ 61 ວັນ - 90 ວັນ ເກັບ 1,5% ຂອງວົງເງິນອະນຸມັດ.

ວັນຄ້າງແຕ່ 90 ວັນຂຶ້ນໄປ ເກັບ 2% ຂອງວົງເງິນອະນຸມັດ.

9ອັດຕາ​ດອກ​ເບັ້ຍ​ປັບ​ໄໝ150%/ປີ ຂອງ​ອັດຕາ​ດອກ​ເບັ້ຍປົກກະຕິ
10ການອອກໜັງສືສະໜັບສະໜູນທຶນ250.000 ກີບ, 30​ ໂດ​ລາ,1.000 ບາດ ຕໍ່ຄັ້ງ
ດິຈິຕອລ ແບ້ງຄິງ
ຫນ້າຫຼັກ Digital Banking
Hi App
Hi Online
Hi Business
info@phongsavanhbank.com
ໂທ:(+856-21)716999
Copyright Phongsavanh Bank 2018