ປະຫວັດຄວາມເປັນມາຂອງກຸ່ມພົງສະຫວັນ



ກຸ່ມບໍລິສັດພົງສະຫວັນ ຜູ້ຢູ່ເບື້ອງຫຼັງຮອຍຍິ້ມ ແລະ ຄວາມສຸກຂອງປະຊາຊົນລາວ

ນັບວ່າເປັນເວລາ 4 ທົດສະວັດມາແລ້ວ, ກຸ່ມບໍລິສັດພົງສະຫວັນໄດ້ຍຶດຖື ເອົາການເຮັດທຸລະກິດ ທີ່ຄຽງຄູ່ກັບການສົ່ງເສີມຊີວິດ ການເປັນຢູ່ຂອງປະຊາຊົນ ໂດຍໄດ້ຖືກສ້າງຕັ້ງຂຶ້ນໂດຍ ທ່ານ ສຈ. ດຣ. ອ໋ອດ ພົງສະຫວັນ ຈົນໃນປະຈຸບັນນີ້ ໄດ້ຮັບການຍອມຮັບ ແລະ ມີຊື່ສຽງໃນການສະໜອງຜະລິດຕະພັນ ແລະ ການບໍລິການທີ່ໄດ້ມາດຕະຖານລະດັບສາກົນ ໃຫ້ແກ່ສັງຄົມລາວ. ໃນໄລຍະທີ່ຜ່ານມາ ພວກເຮົາໄດ້ສ້າງຄວາມໝັ້ນໃຈໃຫ້ກັບບັນດາລູກຄ້າ ແລະ ຄູ່ຮ່ວມທຸລະກິດຂອງພວກເຮົາ ໂດຍມີການຮ່ວມມືຢ່າງໃກ້ສິດຕິດແທດກັນ ແລະ ມີມາດຕະຖານ ຄຽງຄູ່ກັນໄປກັບຄວາມຮັບຜິດຊອບ ຕໍ່ກັບສະພາບແວດລ້ອມ ແລະ ສັງຄົມ.

ໃນປະຈຸບັນນີ້, ກຸ່ມບໍລິສັດພົງສະຫວັນ ໄດ້ຂະຫຍາຍຕົວຢ່າງວ່ອງໄວ ເຊິ່ງມີຫ້ອງການໃຫຍ ຕັ້ງຢູ່ນະຄອນຫຼວງວຽງຈັນ. ບັນດາບໍລິສັດໃນກຸ່ມ ມີດັງນີ້:

  • ບໍລິສັດພົງສະຫວັນ ກໍ່ສ້າງ ຈຳກັດ
  • ບໍລິສັດພົງສະຫວັນ ຂວັນໃຈການຄ້າ ຂາອອກ-ຂາເຂົ້າ ຈຳກັດ
  • ທະນາຄານພົງສະຫວັນ ຈຳກັດ
  • ບໍລິສັດວຽງຈັນ ມີເນີໂຣ ມາຍນິງ ຈຳກັດ
  • ບໍລິສັດປີໂຕຣລ້ຽມ ເທຣດດິ້ງ ລາວ ມະຫາຊົນ
  • ລາວ ເຊັນໂທຣ ແອລາຍ ມະຫາຊົນ
  • ບໍລິສັດສິດທິ ອິນເຕີ ເທຣດດິ້ງ ຂາອອກ-ຂາເຂົ້າ ຈຳກັດ
  • ສູນບໍລິການລ້າງ ແລະ ບຳລຸງຮັກສາລົດ Moly Care
  • ຮ້ານອາຫານ Black Canyon Coffee
  • ບໍລິສັດ ລາວ ເດລີ ມາກ ຂາອອກ-ຂາເຂົ້າ ຈຳກັດ
  • ບໍລິສັດສິດທິ ໂລຈິສຕິກ ລາວ ຈຳກັດ
  • ບໍລິສັດເວລ ເທັກ ລາວ ຈຳກັດ
  • ບໍລິສັດປະກັນໄພ ເອພີເອ ຈຳກັດ
  • ບໍລິສັດສິດທິ ໂລຈິສຕິກ (ປະເທດໄທ) ຈຳກັດ
  • ຮ້ານອາຫານຈັງເກິ້ນ ຄາເຟ່ ລາວ
  • ບໍລິສັດ ທີ່ປຶກສາທາງດ້ານການເງິນ ເອເອັມເອ ຈຳກັດຜູ້ດຽວ
ທະນາຄານພົງສະຫວັນ ຈຳກັດ

ທະນາຄານພົງສະຫວັນ ເປັນທະນາຄານເອກະຊົນແຫ່ງທຳອິດໃນປະເທດລາວ ທີ່ມີຄົນລາວເປັນເຈົ້າຂອງ ເຊິ່ງສ້າງຕັ້ງຂຶ້ນໃນວັນທີ 29 ມີນາ 2007. ເປົ້າໝາຍຂອງການສ້າງຕັ້ງທະນາຄານພົງສະຫວັນແມ່ນເພື່ອປະກອບສ່ວນທາງດ້ານທຶນຮອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມແນວທາງນະໂຍບາຍຂອງ ພັກ-ລັດຖະບານວາງອອກ ແລະ ສ້າງໃຫ້ມີລະບົບການບໍລິການດ້ານການເງິນ - ການທະນາຄານ ທີ່ມີຄວາມຫຼາກຫຼາຍໃນດ້ານການບໍລິການ ເຮັດໃຫ້ຄົນລາວໄດ້ຮັບຜົນປະໂຫຍດສູງສຸດຈາກ ການບໍລິການດັ່ງກ່າວ. ທະນາຄານໄດ້ນຳໃຊ້ລະບົບການເຮັດວຽກທີ່ທັນສະໄໝ ແລະ ມີຄວາມໝັ້ນຄົງທາງການເງິນໃຫ້ແກ່ບັນດາລູກຄ້າ ບໍ່ວ່າຈະເປັນລູກຄ້າລາຍຍ່ອຍ, ທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ບໍລິສັດໃຫຍ່ໆລະດັບສາກົນ ດ້ວຍລະບົບ ISO 9001:2015.

ໃນໄລຍະທີ່ຜ່ານມາ, ທະນາຄານພົງສະຫວັນໄດ້ມີສ່ວນຮ່ວມເຂົ້າໃນການເຮັດວຽກຮ່ວມກັບທະນາຄານແຫ່ງ ສປປ ລາວໃນການເຮັດໃຫ້ອັດຕາແລກປ່ຽນເງິນກີບມີຄວາມໝັ້ນຄົງ. ດ່ັງນັ້ນ, ຈຶ່ງເຮັດໃຫ້ບັນດາຫົວໜ່ວຍທຸລະກິດ ແລະ ນັກລົງທຶນມີຄວາມໝັ້ນໃຈຫຼາຍຂຶ້ນກວ່າເກົ່າ. ນອກຈາກນັ້ນ, ທະນາຄານພົງສະຫວັນຍັງຖືໄດ້ວ່າເປັນທະນາຄານເອກະຊົນທີ່ນຳໜ້າໃນ ສປປ ລາວ ເຊິ່ງມີລະບົບ ແລະ ຜະລິດຕະພັນຕ່າງໆ ດັ່ງລຸ່ມນີ້:

  • ການບໍລິຫານທະນາຄານພົງສະຫວັນໄດ້ຮັບການຢັ້ງຢືນໂດຍການນຳໃຊ້ລະບົບ ISO 9001:2015 ເຊິ່ງອອກໃຫ້ໂດຍ ບໍລິສັດ Transpacific Certifications Limited Company ໃນວັນທີ 03 ກຸມພາ 2018.
  • ມີການຂະຫຍາຍຕົວຂອງບັນດາສາຂາ, ສູນບໍລິການ ແລະ ໜ່ວຍບໍລິການ ເຊິ່ງລວມທັງໝົດຫຼາຍກວ່າ 40 ແຫ່ງ ທົ່ວປະເທດລາວ ແລະ ມີຫ້ອງການຕົວແທນຢູ່ທີ່ນະຄອນຫຼວງບາງກອກ, ປະເທດໄທ 1 ແຫ່ງ. ທະນາຄານພວກເຮົາເປັນທະນາຄານພຽງແຫ່ງດຽວທີ່ໃຫ້ບໍລິການແກ່ລູກຄ້າ 7 ວັນ ຕໍ່ອາທິດ ແລະ 24 ຊົ່ວໂມງ ຕໍ່ວັນ.
  • ນອກນັ້ນ, ບັນດາລູກຄ້າສາມາດນຳໃຊ້ຕູ້ເອທີເອັມໄດ້ 24 ຊົ່ວໂມງ ແລະ ເຄື່ອງຮູດບັດຈາກຮ້ານຄ້າຕ່າງໆ ແລະ ມີການໃຫ້ການບໍລິການບັດ Visa, Master, JCB and UPI.
  • ການໃຫ້ການບໍລິການທາງດ້ານການແລກປ່ຽນເງິນຕາຕ່າງປະເທດ, ການຝາກເງິນ, ການຖອນເງິນ, ການອອກໜັງສືຄຳ້ປະກັນ, ການໂອນເງິນພາຍໃນ ແລະ ຕ່າງປະເທດສະກຸນເງິນກີບ, ບາດ, ໂດລາສະຫະລັດ ແລະ ຢວນ.

ທະນາຄານພົງສະຫວັນຍັງໄດ້ຮັບລາງວັນດີເດັ່ນຫຼາຍໆລາງວັນ ທີ່ສະແດງເຖິງຜົນງານຂອງການດຳເນີນທຸລະກິດໃນໄລຍະທີ່ຜ່ານມາ. ມັນເປັນຄວາມພູມໃຈອັນຍິ່ງໃຫຍ່ ທີ່ກະຕຸກຊຸກຍູ້ໃຫ້ພະນັກງານທຸກຄົນສືບຕໍ່ຜັນຂະຫຍາຍທິດຊີ້ນຳຂອງຜູ້ບໍລິຫານເພື່ອຍົກສູງການບໍລິການຂອງທະນາຄານໃຫ້ມີປະສິດທິພາບສູງຂຶ້ນ ແລະ ສ້າງຄວາມພໍໃຈທີ່ດີທີ່ສຸດໃຫ້ແກ່ບັນດາລູກຄ້າ.

  • Quality Summit, New York 2010 for Gold Award for Excellence and Business Prestige on 31 May 2010
  • Quality Award, Paris 2011 for Gold Award for Leadership in Excellence and Quality in Accordance with QC100 Criteria Prestige
  • Belgium for European Award for the Best Practices 2011
  • Rome Italy for The BIZZ 2011 Reaching The Stars
  • Europe Business Assembly, Oxford, United Kingdom for Best Enterprise 2012 on 26 October 2012
  • Dubai for Majestic Falcon Award for Quality & Excellence Prize 2016
  • Berlin, Germany for ESQR’s Quality Choice Prize 2016 on 12 December 2016
  • Oxford, England for Best Enterprise Award 2016 on 20 December 2016
ແຮງຈູງໃຈໃນການຂະຫຍາຍທຸລະກິດສູ່ທະນາຄານ

ນອກເໜືອຈາກຄວາມຝັນແລ້ວ ທ່ານປະທານຜູ້ຖືຮຸ້ນໃຫຍ່ ຍັງມີແຮງຈູງໃຈໃນການກໍ່ຕັ້ງທະນາຄານ 2 ຢ່າງຄື:

ຂໍ້ທີ່ 1.

ເນື່ອງຈາກນະໂຍບາຍຂອງພັກ ແລະ ລັດຖະບານຕ້ອງການນຳພາ ສປປ ລາວ ໄປສູ່ການເປັນປະເທດອຸດສາຫະກຳ ແລະ ເຕັກໂນໂລຢີ ໂດຍການເປີດກວ້າງໃຫ້ນັກລົງທຶນຈາກຕ່າງ ປະເທດເຂົ້າມາລົງທຶນໃນລາວ ເຊິ່ງສະຖາບັນການເງິນມີສ່ວນສຳຄັນ ໃນການສະໜັບສະໜູນ ແນວຄິດດັ່ງກ່າວໃຫ້ປະສົບຜົນສຳເລັດ.

ຂໍ້ທີ່ 2.

ທ່ານມີໂອກາດເດີນທາງໄປເຮັດທຸລະກິດຕິດຕໍ່ກັບຕ່າງປະເທດເລື້ອຍໆ ແລະ ສັງເກດເຫັນຄວາມທັນສະໄໝຂອງສະຖາບັນການເງິນໃນຫຼາຍປະເທດ ຈຶ່ງຕ້ອງການພັດທະນາສະຖາບັນການເງິນຂອງ ສປປ ລາວ ໃຫ້ມີຄວາມກ້າວໜ້າຄືກັນກັບທະນາຄານອື່ນໆ ເຊັ່ນ ມີຜະລິດຕະພັນທາງການເງິນທີ່ຫຼາກຫຼາຍ.

ວິໄສທັດ ແລະ ພາລະກິດ
ປະເພດການໃຫ້ບໍລິການ
  • ບໍລິການສິນເຊື່ອໃນຮູບແບບຕ່າງໆ ເຊັ່ນ: ເງິນກູ້ສົ່ງເສີມເສດຖະກິດ ຂະໜາດໃຫຍ່, ກາງ,ນ້ອຍ ແລະ ເງິນກູ້ສ່ວນບຸກຄົນ
  • ບໍລິການບັດເອທີເອັມ, ບັດເຄຼດິດວີຊາ ແລະ ມັດສະເຕີ
  • ບໍລິການເງິນຝາກທີ່ມີຫຼາຍຮູບຫຼາຍສີ ເຊັ່ນ: ຝາກສ່ວນບຸກຄົນ, ເງິນຝາກກະແສລາຍວັນ, ຝາກປະຢັດ, ຝາກປະຈໍາທັງໄລຍະສັ້ນ ແລະ ໄລຍະຍາວ ແລະ ອື່ນໆ
  • ບໍລິການທຸລະກິດຕ່າງປະເທດ ເຊັ່ນ: ການອອກໜັງສືຄ້ໍາປະກັນ ແລະ ໜັງສືສິນເຊື່ອເປັນຕົ້ນ ບໍລິການໂອນເງິນຜ່ານລະບົບເອເລັກໂຕຣນິກ ທັງພາຍໃນ ແລະ ຕ່າງປະເທດ, ບໍລິການໂອນ ເງິນດ່ວນຜ່ານລະບົບເຄືອຂ່າຍ ຂອງ Western Union
  • ບໍລິການແລກປ່ຽນເງິນຕາຕ່າງປະເທດ
  • ບໍລິການ ຖອນ ເງິນຜ່ານຕູ້ ATM.
ບາງເຫດການພົ້ນເດັ່ນຂອງສະພາບການພັດທະນາ

ໃນວັນທີ 04 ມີນາ 2008 ທະນາຄານພົງສະຫວັນໄດ້ຮ່ວມລົງນາມເຊັນສັນຍາການຮ່ວມມືວ່າດ້ວຍການຊະລະເງິນຂ້າມພົມແດນກັບທະນາຄານພັດທະນາຊົນນະບົດ ສ.ສ. ຫວຽດນາມ ຖືວ່າເປັນການລົງນາມຄັ້ງປະຫວັດສາດຂອງ 2 ປະເທດອ້າຍນ້ອງ ລາວ-ຫວຽດນາມ ໂດຍການລົງນາມຄັ້ງນີ້ກໍ່ເພື່ອເລັ່ງໃຫ້ການດຳເນີນທຸລະກຳດ້ານການຄ້າລະຫວ່າງຫົວໜ່ວຍທຸລະກິດ ແລະ ພໍ່ຄ້າຂາວຂາຍຢູ່ບໍລິເວນເຂດລາວບາວ ແລະ ດ່ານການຄ້າສາກົນແດນສະຫວັນມີຄວາມວ່ອງໄວ ທັງເປັນການປັບປຸງ ແລະ ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືໃນຂົງເຂດການທະນາຄານສາກົນ ແລະ ຈະເປັນການເພີ່ມທະວີແກ່ການພັດທະນາສອງປະເທດທັງເປັນການເປີດການໃຫ້ບໍລິການແລກປ່ຽນເງິນຕາລະຫວ່າງສະກຸນເງິນກີບ ແລະ ສະກຸນເງິນດົງຜ່ານສອງທະນາຄານ.

ໃນເດືອນກໍລະກົດ 2010, ຖືເປັນປະກົດການໃໝ່ຂອງອາຊຽນ ເມື່ອທະນາຄານພົງສະຫວັນ ຈຳກັດ ສາມາດຮ່ວມມືກັບທະນາຄານອຸດສາຫະກຳ ແລະ ການຄ້າແຫ່ງຊາດ ສປປ ຈີນ ໃນການຍົກລະດັບ ແລະ ປ່ຽນແປງການເຮັດທຸລະກຳການເງິນທີ່ສະດວກວ່ອງໄວຍິ່ງຂຶ້ນ ແລະ ທັງເຮັດໃຫ້ໄດ້ຮັບຜົນປະໂຫຍດຮ່ວມກັນລະຫວ່າງນັກທຸລະກິດຜູ້ຊົມໃຊ້ ແລະ ທະນາຄານຜູ້ໃຫ້ບໍລິການ.

ທະນາຄານພົງສະຫວັນ ຈໍາກັດ ໄດ້ຮັບເປັນກຽດເຂົ້າເປັນສະມາຊິກຢ່າງເປັນທາງການ ຈາກ 2 ອົງການບັດທີ່ມີຊື່ສຽງໃນໂລກ (ຈາກສະມາຄົມບັດວີຊ້າ ໃນວັນທີ 03 ເດືອນຕຸລາ ປີ 2007 ແລະ ຈາກອົງການບັດມາສເຕີ້ຄາດ ໃນວັນທີ 03 ເດືອນ ສິງຫາ ປີ 2009). ພວກເຮົາປະສົບຄວາມສໍາເລັດໃນການດໍາເນີນການບໍລິການ ເພື່ອຮັບບັດວີຊ້າ ແລະ ມາສເຕີ້ຄາດ (Acquiring) ໃນທ້າຍ ເດືອນມັງກອນ ປີ 2010 ແລະ ພ້ອມທັງສືບຕໍ່ດໍາເນີນໂຄງການກ່ຽວກັບທຸລະກິດການອອກບັດ (Issuing) ແລະ ສາມາດເປີດໃຫ້ບໍລິການຢ່າງເປັນທາງການ ໃນວັນທີ 06 ເມສາ 2011 ເຊິ່ງເປັນສູນບັດສາກົນແຫ່ງທຳອິດໃນ ສປປ ລາວ.

ໃນວັນທີ 24 ກຸມພາ 2012, ທະນາຄານພົງສະຫວັນ ຈຳກັດ ໄດ້ຈັດພິທີເຊັນສັນຍາ ແລະ ເປີດໂຕການໃຫ້ບໍລິການເຊື່ອມຕໍ່ລະບົບບັດເອທີເອັມກັບທະນາຄານກຸງເທບ ຈຳກັດ ມະຫາຊົນ (ປະເທດໄທ) ຢ່າງເປັນທາງການ ແລະ ສໍາເລັດຢ່າງຈົບງາມ ເຊິ່ງໄດ້ເອື້ອອໍານວຍຄວາມສະດວກໃຫ້ແກ່ການໄປກົດຖອນເງິນ ແລະ ກວດຍອດເງິນຢູ່ຕູ້ເອທີເອັມຂອງທະນາຄານກຸງເທບໄດ້.

ໃນວັນທີ 16 ພະຈິກ 2012, ທະນາຄານພົງສະຫວັນ ຈຳກັດ ໄດ້ເຊັນສັນຍາກັບບໍລິສັດ JCB INTERNATIONAL(JCBI) ແຫ່ງປະເທດຍີ່ປຸ່ນ ທີ່ເປັນບໍລິສັດສູນກາງການຊຳລະສະສາງສາກົນພຽງແຫ່ງດ່ຽວໃນປະຈຸບັນນີ້ໃນປະເທດຍີ່ປຸ່ນ, ເພື່ອຮັບ ແລະ ອອກບັດພາຍໃຕ້ເຄື່ອງໝາຍການຄ້າຂອງ JCB ຢູ່ໃນ ສປປ ລາວ ເຊິ່ງແມ່ນທະນາຄານແຫ່ງທຳອິດໃນລາວທີ່ຈະອອກບັດພາຍໃຕ້ເຄື່ອງໝາຍການຄ້າຂອງ JCB.

ໃນວັນທີ 19 ພະຈິກ 2012 ທະນາຄານພົງສະຫວັນ ຈຳກັດ ໄດ້ຮັບໃບຢັ້ງຢືນມາດຖານລະບົບການຈັດການດ້ານຄຸນນະພາບ ISO 9001:2008 ຈາກບໍລິສັດ Transpacific Certifications Limited ເຊີ່ງເປັນໃບຢັ້ງຢືນສະແດງເຖິງ ການບໍລິຫານການຄຸ້ມຄອງບໍລິຫານທຸລະກິດ ຕາມມາດຖານສາກົນໃຫ້ແກ່ລູກຄ້າ ເຊິ່ງໄດ້ເນັ້ນເຖິງການປັບປຸງຄຸນນະພາຍໃນທຸລະກິດ, ມີສ່ວນດີໃຫ້ແກ່ການປັບປຸງການລົງທຶນປັບປຸງສ່ວນແບ່ງຕະຫຼາດໃຫ້ດີຂື້ນ ເຮັດໃຫ້ຍອດຂາຍສີນຄ້າເພີ່ມຂຶ້ນ.

ດິຈິຕອລ ແບ້ງຄິງ
ຫນ້າຫຼັກ Digital Banking
Hi App
Hi Online
Hi Business
info@phongsavanhbank.com
ໂທ:(+856-21)716999
Copyright Phongsavanh Bank 2018