ຂໍ້ຕົກລົງ ແລະ ເງື່ອນໄຂການໃຊ້ບໍລິການ

ກະລຸນາອ່ານຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆ ດັ່ງຕໍ່ໄປນີ້ຢ່າງລະອຽດ ໂດຍການເຂົ້າເຖິງເວັບໄຊ້ນີ້ ແລະ ໜ້າຈໍໃດໆຂອງເວັບໄຊ້ ຖືວ່າທ່ານຕົກລົງທີ່ຈະຜູກພັນຕາມຂໍ້ກໍາໜົດ ແລະ ເງື່ອນໄຂການໃຊ້ບໍລິການນີ້

ເວັບໄຊ້ຂອງທະນາຄານພົງສະຫວັນ

ທະນາຄານພົງສະຫວັນ ຈໍາກັດ (“ທະນາຄານ”) ເປັນເຈົ້າຂອງ ແລະ ຜູ້ດູແລຈັດການເວັບໄຊ້ນີ້ ໂດຍມີວັດຖຸປະສົງເພື່ອເປັນແຫຼ່ງຮວບຮວມ ເຜີຍແຜ່ຂໍ້ມູນ ດ້ານຕ່າງໆຂອງທະນາຄານ ແລະ ບໍລິສັດໃນກຸ່ມທຸລະກິດທາງການເງິນຂອງທະນາຄານ ອີກທັງຍັງເປັນການອໍານວຍຄວາມສະດວກແກ່ທ່ານໃນການໃຊ້ງານຜະລິດຕະພັນ ແລະ ບໍລິການຕ່າງໆຂອງທະນາຄານ.

ເຄື່ອງໝາຍການຄ້າ ແລະ ລິຂະສິດ

ທະນາຄານພົງສະຫວັນ ຈໍາກັດ ແລະ ບໍລິສັດໃນເຄືອເປັນເຈົ້າຂອງລິຂະສິດຂໍ້ມູນ, ຮູບພາບ, ຂໍ້ຄວາມ, ສື່ໂຄສະນາ ແລະ ສວ່ນປະກອບອື່ນໆ ທີ່ຢູ່ເທິງເວັບໄຊ້ນີ້ ເຊັ່ນ: ເຄື່ອງໝາຍການຄ້າ, ສັນຍາລັກ, ເຄື່ອງໝາຍບໍລິການ ແລະ ສື່ທາງການຄ້າ ໂດຍຫ້າມບໍ່ໃຫ້ເຮັດຊໍ້າ, ກອ໋ບປີ້ເອກະສານ ດັດແປງ ເຜີຍແຜ່ ຫຼື ເຮັດໃນສິ່ງອື່ນໃດ ເພື່ອເຜີຍແຜ່ຕໍ່ສາທາລະນະ ຫຼື ເພື່ອຫາຜົນປະໂຫຍດໂດຍບໍ່ໄດ້ຮັບການຍິນຍອມເປັນລາຍລັກອັກສອນລວ່ງໜ້າຈາກທະນາຄານພົງສະຫວັນ ແລະ ບໍລິສັດໃນເຄືອແລ້ວແຕ່ກໍລະນີ.

ຂໍ້ມູນຕ່າງໆເທິງເວັບໄຊ້ຂອງທະນາຄານ

ທະນາຄານດູແລ ແລະ ຈັດການເວັບໄຊ້ນີ້ໃນປະເທດລາວ ແລະ ບໍ່ໄດ້ໃຫ້ຄໍາຮັບຮອງວ່າຂໍ້ມູນທີ່ຈະຈັດໃຫ້ມີໃນ ຫຼື ຜ່ານເວັບໄຊ້ນີ້ໃຊ້ໄດ້ ຫຼື ເໝາະສົມໃນການໃຊ້ໃນປະເທດອື່ນໆ ທ່ານມີຄວາມຮັບຜິດຊອບໃນການປະຕິບັດຕາມລະບຽບກົດໝາຍທີ່ໃຊ້ບັງຄັບໃນປະເທດນັ້ນ.

ເນື້ອຫາໃນສວ່ນໃດສວ່ນໜຶ່ງ ຫຼື ໜ້າໃດໜ້າໜຶ່ງຂອງເວັບໄຊ້ນີ້ ອາດຈະລະບຸຂໍ້ຕົກລົງ ແລະ ເງື່ອນໄຂການໃຊ້ບໍລິການອື່ນທີ່ແຍກອອກໄປຕ່າງຫາກ ໃນກໍລະນີຂໍ້ຕົກລົງ ແລະ ເງື່ອນໄຂການໃຊ້ບໍລິການອື່ນ ແລະ ຂໍ້ຕົກລົງ ແລະ ເງື່ອນໄຂການໃຊ້ບໍລິການນີ້ ມີຄວາມຂັດແຍ່ງກັນໃຫ້ໃຊ້ຂໍ້ຕົກລົງ ແລະ ເງື່ອນໄຂໃນການໃຊ້ບໍລິການທີ່ແຍກອອກໄປນັ້ນ ໂດຍທະນາຄານຂໍແນະນໍາໃຫ້ທ່ານອ່ານຂໍ້ຕົກລົງ ແລະ ເງື່ອນໄຂການໃຊ້ບໍລິການອື່ນນັ້ນກອ່ນໃຊ້ບໍລິການນັ້ນໆ.

ທະນາຄານຂໍສະຫງວນລິຂະສິດໃນການນໍາສະເໜີ ປັບປຸງ ແລະ ແກ້ໄຂຂໍ້ມູນທີ່ປາກົດເທິງເວັບໄຊ້ ເຊິ່ງຂໍ້ມູນດັ່ງກ່າວໄດ້ຖືກຈັດຂຶ້ນໂດຍບໍ່ໄດ້ມີຈຸດປະສົງເພື່ອການໃຫ້ຄໍາແນະນໍາຢ່າງຜູ້ຊ່ຽວຊານ, ທັງນີ້ ທະນາຄານບໍ່ຮັບຮອງເຖິງຄວາມຖືກຕອ້ງ ແລະ ເປັນປັດຈຸບັນຂອງຂໍ້ມູນຕ່າງໆໃນເວັບໄຊ້ນີ້.

ການເຊື່ອມຕໍ່ເວັບໄຊ້ພາຍນອກ

ເວັບໄຊ້ຂອງທະນາຄານອາດຈັດໃຫ້ມີການເຊື່ອມຕໍ່ໄປຍັງເວັບໄຊ້ອື່ນໆ ເຊິ່ງຢູ່ພາຍໃຕ້ການດູແລຂອງບຸກຄົນທີສາມເພື່ອວັດຖຸປະສົງໃນການໃຫ້ຂໍ້ມູນ ແລະ ເພື່ອຄວາມສະດວກຂອງທ່ານເທົ່ານັ້ນ ທະນາຄານບໍ່ສາມາດຮັບປະກັນວ່າຂໍ້ມູນໃນເວັບໄຊ້ອື່ນໆແມ່ນມີຄວາມຖືກຕອ້ງສົມບູນພຽງພໍ ເໝາະສົມກັບວັດຖຸປະສົງໃດໂດຍສະເພາະ ແລະ ປາສະຈາກໄວລັດ ຫຼື Malware ຕະຫຼອດຈົນທະນາຄານບໍ່ຕອງຮັບຜິດຊອບຕໍ່ຄວາມສູນເສຍ ຄວາມເສຍຫາຍ ຫຼື ຄ່າໃຊ້ຈ່າຍໃດໆທີ່ເກີດຂຶ້ນ ອັນເປັນຜົນທີ່ສືບເໜື່ອງມາຈາກການທີ່ທ່ານເຂົ້າເວັບໄຊ້ອື່ນໆ ແລະ ທະນາຄານຂໍໃຫ້ລູກຄ້າທຸກທ່ານສຶກສາລາຍລະອຽດ ຂໍ້ກໍານົດ ແລະ ເງື່ອນໄຂໃນການໃຊ້ບໍລິການຂອງເວັບໄຊນັ້ນໆ ກອ່ນທີ່ທ່ານຈະເຂົ້າໃຊ້ບໍລິການ.

ການຈໍາກັດຄວາມຮັບຜິດຊອບ

ທະນາຄານບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍ ຄ່າໃຊ້ຈ່າຍ ຫຼື ຄວາມສູນເສຍທີ່ອາດເກີດຂຶ້ນຈາກການນໍາໃຊ້ເວັບໄຊ້ຂອງທະນາຄານ ຫຼື ເວັບໄຊ້ທີ່ເຊື່ອມໂຍງກັບເວັບໄຊ້ຂອງທະນາຄານ ເຊິ່ງລວມເຖິງຈາກຄວາມບໍ່ຖືກຕ້ອງ ຄົບຖວ້ນຂອງຂໍ້ມູນ ຄວາມລ່າຊ້າໃນການຖ່າຍໂອນຂໍ້ມູນ ໄລຍະເວລາໃນການເຜີຍແຜ່ຂໍ້ມູນ ເຫດຂັດຂອ້ງ ຫຼື ອຸປະສັກຂອງການເຊື່ອຕໍ່ຄວາມຜິດພາດໃນການສະເເດງຜົນ ຄວາມສະຖຽນຂອງລະບົບໄວຣັສຄອມພິວເຕີ.

ກົດໝາຍທີ່ບັງຄັບໃຊ້

ການໃຊ້ບໍລິການຂອງເວັບໄຊ້ນີ້ ຫຼື ການຕີຄວາມຂໍ້ຕົກລົງ ແລະ ເງື່ອນໄຂການໃຊ້ບໍລິການເວັບໄຊ້ນີ້ໃຫ້ເປັນໄປຕາມກົດໝາຍປະເທດລາວ.

ດິຈິຕອລ ແບ້ງຄິງ
ຫນ້າຫຼັກ Digital Banking
Hi App
Hi Online
Hi Business
info@phongsavanhbank.com
ໂທ:(+856-21)716999
Copyright Phongsavanh Bank 2018