ຄຳແນະນຳສຳລັບລູກຄ້າ
ລູກຄ້າ
  • ຈົ່ງພິມຊື່ເວັບໄຊ້ໃຫ້ຄົບຖ້ວນ (ເຊັ່ນ: https://www.phongsavanhbank.com). ຈົ່ງລະວັງການກົດລິ້ງຕ່າງໆ ເຊິ່ງອາດສາມາດເຮັດໃຫ້ເຂົ້າເຖິງເວັບໄຊ້ທີ່ບໍ່ແມ່ນຂອງແທ້ ຫຼື ປອມ.
  • ກະລຸນາກວດເບິ່ງໃຫ້ລະອຽດວ່າເວັບໄຊ້ ຫຼື ໜ້າເວັບໄຊ້ເປີດໄປຫາໜ້າ http:// ຫຼື https://. ຖ້າທີ່ຢູ່ຂອງເວັບໄຊ້ເລີ່ມຕົ້ນດ້ວຍ HTTP://, ໝາຍວ່າ ເວັບໄຊ້ດັ່ງກ່າວໄດ້ປະສານງານກັບໜ້າເວັບໄຊ້ຂອງທ່ານດ້ວຍການໃຊ້ພາສາທີ່ບໍ່ມີຄວາມປອດໄພ ແລະ ມັນກໍ່ເຮັດໃຫ້ຜູ້ອື່ນເຂົ້າໄປລັກຟັງການສົນທະນາໃນຄອມພິວເຕີຂອງທ່ານໄດ້ງ່າຍ. ແຕ່ວ່າ ຖ້າທີ່ຢູ່ຂອງເວັບໄຊ້ຫາກເລີ່ມຕົ້ນດ້ວຍ HTTPS:// ໝາຍວ່າ ຄອມພິວເຕີຂອງທ່ານໄດ້ປະສານງານກັບເວັບໄຊ້ດ້ວຍລະຫັດລັບທີ່ມີຄວາມປອດໄພ ເຊິ່ງຜູ້ອື່ນບໍ່ສາມາດລັກຟັງໄດ້. ຫ້າມບໍ່ໃຫ້ແລກປ່ຽນ ຫຼື ແບ່ງປັນຂໍ້ມູນຄວາມລັບຜ່ານເວັບໄຊ້ຕ່າງໆທີ່ບໍ່ແມ່ນ HTTPS:// ໂດຍເດັດຂາດ.
  • ປ້ອງກັນຕົວທ່ານຈາກການລັກຂະໂມຍຂໍ້ມູນຈາກການໃຊ້ສຽງຕ່າງໆ ເຊັ່ນ: ມີຜູ້ໃດໜຶ່ງໄດ້ປອມແປງເປັນພະນັກງານທະນາຄານ ຫຼື ຜູ້ມີອຳນາດໃດໜຶ່ງ ແລ້ວສື່ສານກັບທ່ານດ້ວຍການນຳໃຊ້ສຽງ (ໂທລະສັບ) ເພື່ອຫຼອກລວງໃຫ້ທ່ານເອົາຂໍ້ມູນລັບໃຫ້ເຂົາເຈົ້າ. ແລ້ວຫຼັງຈາກນັ້ນ ກໍ່ເອົາໄປໝູນໃຊ້ໃນການຂະໂມຍ.
  • ຮັບປະກັນວ່າ ທ່ານໄດ້ສົ່ງຂໍ້ມູນທາງດ້ານການຕິດຕໍ່ທີ່ນຳໃຊ້ໃນປະຈຸບັນໃຫ້ກັບທາງທະນາຄານ ເພື່ອໃຫ້ສະດວກໃນການແຈ້ງເຕືອນຕ່າງໆ.
  • ຫ້າມບໍ່ໃຫ້ສະໜອງຂໍ້ມູນຄວາມລັບຜ່ານໂທລະສັບ (ເຊັ່ນ: ລະຫັດລັບທີ່ໃຊ້ຄັ້ງດຽວ / One Time Password (OTP), ຂໍ້ມູນກ່ຽວກັບບັນຊີ ຫຼື ຂໍ້ຄວາມ / SMS). ຫ້າມບໍ່ໃຫ້ບອກຂໍ້ມູນເຫຼົ່ານີ້ກັບຜູ້ອື່ນຜ່ານອີເມວ ຫຼື ໂທລະສັບ ເຊັ່ນ: ຊື່ຜູ້ໃຊ້/ ລະຫັດລັບ ຫຼື ເລກບັດເຄຣດິດ/ ບັດເດບິດ/ ເລກລະຫັດລັບຫຼັງບັດ CVV/ ລະຫັດລັບໃຊ້ຄັ້ງດຽວ (OTP) / ວັນໝົດກຳນົດຂອງບັດ ເພາະທາງທະນາຄານພົງສະຫວັນຈະບໍ່ມີການຖາມລູກຄ້າແບບນີ້.
  • ຢ່າຫຼົງເຊື່ອເບີໂທລະສັບທີ່ໂທເຂົ້າມາ ເຖິງວ່າມັນຈະເປັນເບີຂອງທະນາຄານຂອງທ່ານເພາະວ່າມັນອາດເປັນເບີໂທທີ່ປອມແປງຂຶ້ນມາທີ່ເຮັດໃຫ້ຄືກັບເປັນເບີຂອງທະນາຄານແທ້.
  • ເມື່ອທ່ານຮັບໂທລະສັບ, ກະລຸນາຖາມຄຳຖາມ ແລະ ລາຍລະອຽດໃຫ້ຫລາຍເທົ່າທີ່ຈະຫຼາຍໄດ້ ແລະ ຖ້າທ່ານມີຄວາມສົງໄສເກີດຂຶ້ນ ໃຫ້ແຈ້ງບອກວ່າ ທ່ານຈະໂທກັບຄືນ ເພາະທ່ານຈະສາມາດຊອກຫາຂໍ້ມູນ ແລະ ຢັ້ງຢືນໄດ້ວ່າເປັນສາຍໂທລະສັບທີ່ແທ້ຈິງຫຼືບໍ່.
  • ຫ້າມເດັດຂາດບໍ່ໃຫ້ຕອບກັບຄືນການສະເໜີມອບເງິນໃຫ້ທ່ານໂດຍທີ່ທ່ານບໍ່ໄດ້ຮຽກຮ້ອງມາກ່ອນ ຜ່ານທາງອີເມວ/ ໂທລະສັບ ຫຼື ສື່ອື່ນໆ.
  • ຫ້າມບໍ່ໃຫ້ຕອບອີເມວ, ໂທລະສັບ ຫຼື ຂໍ້ຄວາມທີ່ຕັ້ງລະບົບຕອບແບບອັດຕະໂນມັດ ທີ່ໃຫ້ຄຳໝັ້ນສັນຍາວ່າຈະສົ່ງເງິນຄືນໃຫ້ກັບທ່ານ ຫຼື ແຈ້ງການວ່າທ່ານຖືກລາງວັນຫວຍ ຫຼື ການສະເໜີວຽກທີ່ດີຕ່າງໆ.
  • ຫ້າມບໍ່ໃຫ້ແຈ້ງຂໍ້ມູນສ່ວນຕົວຂອງທ່ານໃນສື່ສັງຄົມຕ່າງໆອອນລາຍ. ຈົ່ງມີຄວາມລະມັດລະວັງໃນການແບ່ງປັນຂໍ້ມູນຂອງທ່ານໃນສື່ອອນລາຍທັງໝົດ.
  • ອີເມວທີ່ປອມແປງຂຶ້ນມາສ່ວນຫຼາຍຈະມີລັກສະນະການທັກທາຍທີ່ຄ້າຍຄືກັນ ເຊັ່ນ: ຮຽນລູກຄ້າທະນາຄານ) ແທນທີ່ຈະໃສ່ຊື່ເຕັມຂອງລູກຄ້າ. ຈຸດປະສົງຂອງອີເມວປອມນັ້ນແມ່ນເພື່ອໃຫ້ລູກຄ້າຕອບກັບຄືນ ຫຼື ດຳເນີນການໃດໜຶ່ງໂດຍດ່ວນ. ກະລຸນາມີສະຕິລະວັງຕົວຕໍ່ກັບອີເມວແທ້ ແລະ ປອມ.
ວິທີການຫຼອກລວງທີ່ພົບເຫັນໂດຍທົ່ວໄປ
ລຳດັບ ປະເພດຂອງການຫຼອກລວງ ວິທີການປ້ອງກັນ
1 ການຂະໂມຍປະເພດນີ້ສາມາດເຮັດໃຫ້ທ່ານສູນເສຍເງິນໄປທັງໝົດເລີຍໃນເວລາພຽງສອງສາມນາທີ ການລັກຂະໂມຍທີ່ໃຊ້ຄຸນລັກສະນະຂອງຜູ້ອື່ນນີ້ເກີດຂຶ້ນເມື່ອມີຜູ້ໃດໜຶ່ງນຳໃຊ້ຂໍ້ມູນສ່ວນຕົວ ເຊັ່ນ: ໃຊ້ຊື່ຂອງທ່ານໃນທາງທີ່ຜິດເພື່ອຂໍສິນເຊື່ອ ແລະ ການບໍລິການອື່ນໆ.
  • ທຳລາຍເຈ້ຍ ຫຼື ເອກະສານໃດໆທີ່ມີຂໍ້ມູນລາຍລະອຽດກ່ຽວກັບຕົວທ່ານໃຫ້ດີ ເພື່ອບໍ່ໃຫ້ມີການເກັບກຳຂໍ້ມູນດັ່ງກ່າວໄດ້.
  • ຢ່າເອົາຂໍ້ມູນຂອງຕົນໃຫ້ກັບຄົນແປກໜ້າ ຫຼື ບຸກຄົນທີສາມທີ່ປອມແປງເປັນພະນັກງານທະນາຄານ
  • ແຈ້ງໃຫ້ທະນາຄານຮັບຮູ້ຫາກມີການປ່ຽນແປງເບີໂທ, ທີ່ຢູ່ ຫຼື ອີເມວ.
2 ຄົນຂະໂມຍຈະພະຍາຍາມຊອກຫາຂໍ້ມູນສ່ວນຕົວຂອງທ່ານເຊັ່ນ: ເລກບັດປະຈຳຕົວຂອງລູກຄ້າ, ລະຫັດລັບຂອງການດຳເນີນທຸລະກຳທະນາຄານທາງອິນເຕີເນັດ, ລະຫັດການໃຊ້ຕູ້ເອທີເອັມ, ລະຫັດລັບໃຊ້ຄັ້ງດຽວ, ວັນໝົດອາຍຸຂອງບັດ, ເລກລະຫັດລັບທາງຫຼັງບັດ (CVV) ແລະ ອື່ນໆ ຜ່ານການໂທລະສັບ.
  • ຢ່າເອົາຂໍ້ມູນສ່ວນຕົວເຊັ່ນ: ເລກບັດປະຈຳຕົວຂອງລູກຄ້າ, ລະຫັດການໃຊ້ຕູ້ເອທີເອັມ, ລະຫັດລັບໃຊ້ຄັ້ງດຽວ ແລະ ອື່ນໆ ຜ່ານໂທລະສັບ, ຂໍ້ຄວາມ ຫຼື ອີເມວ.
  • ຖ້າຫາກທ່ານບໍ່ແນ່ໃຈ, ທ່ານສາມາດໂທຫາທາງທະນາຄານຕາມເບີທີ່ລະບຸໄວ້ທາງຫຼັງບັດ ຫຼື ໃນເວັບໄຊ້ຂອງທະນາຄານ.
3 ການລັກຂະໂມຍຂໍ້ມູນປະເພດນີ້ແມ່ນການໃຊ້ຂໍ້ຄວາມທາງມືຖື ເພື່ອຫຼອກລວງໃຫ້ລູກຄ້າໂທກັບຄືນໄປຫາເບີທີ່ປອມແປງຂຶ້ນມາ, ເຂົ້າໄປຫາເວັບໄຊທີ່ປອມແປງຂຶ້ນມາ ຫຼື ດາວໂຫລດເອົາຂໍ້ມູນທີ່ມີບັນຫາແອບແຝງຢູ່ຈາກໂທລະສັບ ຫຼື ເວັບໄຊ້.
  • ຢ່າເອົາຂໍ້ມູນສ່ວນຕົວ ຫຼື ທາງດ້ານການເງິນໃຫ້ຜູ້ອື່ນຜ່ານທາງຂໍ້ຄວາມ, ການໂທລະສັບ ຫຼື ອີເມວ.
  • ຢ່າປະຕິບັດຕາມຄຳແນະນຳທີ່ສົ່ງມາຈາກຜູ້ທີ່ບໍ່ຮູ້ຈັກໃນຂໍ້ຄວາມ ແຕ່ໃຫ້ລຶບຂໍ້ຄວາມນັ້ນຖິ້ມໂດຍທັນທີ.
  • ຖ້າທ່ານໄດ້ຮັບການສື່ສານໃດໜຶ່ງທີ່ດ່ວນໆ ສອບຖາມກ່ຽວກັບຂໍ້ມູນສ່ວນຕົວຂອງທ່ານ, ໂທກັບຄືນຫາເບີຂອງທະນາຄານທີ່ລະບຸໄວ້ໃນເວັບໄຊ້ ເພື່ອກວດກາເບິ່ງວ່າເປັນການສື່ສານທີ່ຖືກຕ້ອງຕາມກົດໝາຍຫຼືບໍ່.
4 ຜູ້ຂະໂມຍພະຍາຍາມທີ່ຈະຂໍເອົາເບີໂທລະສັບໃໝ່ຂອງທ່ານຈາກເຈົ້າຂອງເຄືອຂ່າຍໂທລະສັບຂອງທ່ານ. ຖ້າເຂົາເຈົ້າໄດ້ເບີໃໝ່ຂອງທ່ານໄປໃຊ້, ເຂົາເຈົ້າຈະສາມາດຮັບລະຫັດລັບທີ່ໃຊ້ໄດ້ຄັ້ງດຽວ ແລະ ການແຈ້ງເຕືອນຕ່າງໆໄດ້ ເພື່ອດຳເນີນທຸລະກຳການເງິນຈາກບັນຊີທະນາຄານຂອງທ່ານ.
  • ຖ້າຫາກວ່າເບີໂທລະສັບຂອງເຈົ້າຢຸດທຳງານເປັນເວລາດົນກວ່າປົກກະຕິ, ໃຫ້ສອບຖາມກັບຜູ້ໃຫ້ບໍລິການເຄືອຂ່າຍໂທລະສັບຂອງເຈົ້າ ເພື່ອໃຫ້ແນ່ໃຈວ່າເຈົ້າບໍ່ໄດ້ຕົກເປັນເຫຍື່ອຂອງການຫຼອກຫຼວງ.
  • ລົງທະບຽນເພື່ອຮັບການແຈ້ງເຕືອນທາງ ຂໍ້ຄວາມ ແລະ ອີເມວ ກ່ຽວກັບກິດຈະກຳທາງທຸລະກຳການເງິນໃນບັນຊີທະນາຄານຂອງເຈົ້າ.
  • ກວດສອບໃບແຈ້ງຍອດເງິນ ແລະ ປະຫວັດການເຮັດທຸລະກຳທາງການເງິນຂອງເຈົ້າເປັນປະຈຳ ເພື່ອວ່າມີສິ່ງຜິດປົກກະຕິໃດໆ
5 ການຂະໂມຍປະເພດນີ້ລວມມີການລັກຂໍ້ມູນສ່ວນຕົວ ເຊັ່ນ: ເລກບັດປະຈຳຕົວຂອງລູກຄ້າ, ລະຫັດການໃຊ້ຕູ້ເອທີເອັມ, ເລກບັດເຄຣດິດ/ ບັດເດບິດ,ວັນໝົດອາຍຸຂອງບັດ, ເລກລະຫັດລັບທາງຫຼັງບັດ(CVV), ແລະ ອື່ນໆ ຜ່ານອີເມວທີ່ປອມແປງສ້າງຂຶ້ນໃຫ້ຄືກັບວ່າມາຈາກແຫຼ່ງທີ່ຖືກຕ້ອງ ເຊັ່ນ ທະນາຄານ.
  • ຕ້ອງກວດກາເບິ່ງທີ່ຢູ່ຂອງເວັບໄຊ້ໃຫ້ລະອຽດ ເຊັ່ນ: ເລີ່ມຕົ້ນດ້ວຍ https://
  • ຕ້ອງພິມຊື່ເວັບໄຊ້ໃນຫ້ອງຂອງມັນ (address bar) ທຸກຄັ້ງ ເມື່ອທ່ານຈະລົງທະບຽນເຂົ້ານຳໃຊ້.
  • ຕ້ອງກວດເບິ່ງປຸ່ມ Padlock ທີ່ຢູ່ທາງເທິງສຸດ ຫຼື ລຸ່ມສຸດ ແຈເບື້ອງຂວາຂອງໜ້າເວັບໄຊ້ ວ່າ ‘ເປີດ’
  • ຢ່າໃຊ້ການບໍລິການທະນາຄານທາງອິນເຕີເນັດ ຫຼື ການຊຳລະສະສາງດ້ວຍບັດເຄຣດິດ/ ເດບິດໃນຄອມພິວເຕີຂອງສາທາລະນະ ເຊັ່ນ ຮ້ານໃຫ້ບໍລິການອິນເຕີເນັດ ຫຼື ຈາກໂທລະສັບທີ່ບໍ່ມີການປ້ອງກັນທີ່ດີ.
  • ຢ່າກົດໃສ່ລິ້ງທີ່ໜ້າສົງໄສໃນອີເມວຂອງທ່ານ.
  • ຢ່າເອົາຂໍ້ມູນຄວາມລັບໃດໆໃຫ້ຜູ້ອື່ນຜ່ານທາງອີເມວ ເຖິງວ່າຄຳຂໍຈະມາຈາກຜູ້ທີ່ມີອຳນາດ ຫຼື ເຈົ້າໜ້າທີ່ກໍຕາມເຊັ່ນ ກົມອາກອນລາຍໄດ້, ຜູ້ຮັບຜິດຊອບ Visa ຫຼື Master Card ແລະ ອື່ນໆ.
6 ໂທຣຈານ ເປັນສິ່ງໜຶ່ງທີ່ອັນຕະລາຍຕໍ່ກັບລະບົບໂປຣແກມທີ່ຜູ້ນຳໃຊ້ສ່ວນຫຼາຍມັກຖືກຕວະໃຫ້ດາວໂຫລດ ແລ້ວເອົາມານຳໃຊ້ໃນຄອມພິວເຕີຂອງເຂົາເຈົ້າ. ຫຼັງຈາກທີ່ມີການຕິດຕັ້ງ ແລະ ຢັ້ງຢືນແລ້ວ, ໂທຣຈານຈະເຂົ້າແຊກແຊງໃນຄອມພິວເຕີຂອງທ່ານ ເຮັດໃຫ້ມີການລຶບຂໍ້ມູນຕ່າງໆ, ລັກຂໍ້ມູນ ຫຼື ເປີດໃຫ້ໄວຣັສເຮັດວຽກ ຫຼື ຂະຫຍາຍຈຳນວນໄວຣັສ. ໂທຣຈານສາມາດເປີດຊ່ອງຫວ່າງໃຫ້ແຮັກເກີ (ຂະໂມຍທາງອິນເຕີເນັດ) ເຂົ້າເຮັດວຽກໄດ້ອີກດ້ວຍ.
  • ຫ້າມເປີດອີເມວ ຫຼື ດາວໂຫຼດເອກະສານທີ່ແນບມາ ຈາກຄົນສົ່ງທີ່ບໍ່ຮູ້ຈັກ. ພຽງແຕ່ລຶບອີເມວນັ້ນຖິ້ມ.
  • ການຕິດຕັ້ງ Antivirus ສາມາດຊ່ວຍໄດ້. ມັນສາມາດສະແກນທຸກເອກະສານທີ່ດາວໂຫຼດມາ ແລະ ປ້ອງກັນເຈົ້າຈາກເອກະສານທີ່ເປັນອັນຕະລາຍໄດ້.
  • ເປີດນຳໃຊ້ການອັບເດດລະບົບປະຕິບັດການ (OS) ແບບອັດຕະໂນມັດ ຫຼື ດາວໂຫຼດການອັບເດດ patch ຂອງລະບົບປະຕິບັດການ (OS) ເປັນປະຈຳເພື່ອໃຫ້ patch ຂອງລະບົບປອດໄພຕໍ່ຊ່ອງໂຫວ່ທີ່ຮູ້ຈັກ. Patch ຂອງຄອມພິວເຕີແບບເຕັມຮູບແບບທີ່ຢູ່ເບື້ອງຫຼັງ Firewall ເປັນການປ້ອງກັນໂທຮຈັນທີ່ດີທີ່ສຸດ.
7 ວິທີການແບບນີ້ແມ່ນໃຊ້ກ່ຽວກັບກິດຈະກຳທີ່ຄົນບໍ່ດີໄດ້ໂຍນຄວາມຜິດເຊັ່ນ ການຟອກເງິນທີ່ລັກມາ ຫຼື ຜິດກົດໝາຍເຂົ້າໃນບັນຊີຂອງລູກຄ້າທີ່ບໍ່ຮູ້ເລື່ອງມາຮັບເຄາະແທນ. ເມື່ອມີການແຈ້ງກ່ຽວກັບເຫດການດັ່ງກ່າວເກີດຂຶ້ນ ລູກຄ້າຜູ້ທີ່ຮັບເຄາະກຳດັ່ງກ່າວໄດ້ກາຍເປັນເປົ້າໝາຍຂອງການສອບສວນຂອງຕຳຫຼວດ ເນື່ອງຈາກການມີສ່ວນຮ່ວມດັ່ງກ່າວ.
  • ຢ່າຕອບອີເມວທີ່ຖາມຫາລາຍລະອຽດກ່ຽວກັບບັນຊີທະນາຄານຂອງທ່ານ
  • ຖ້າຫາກມີການສະເໜີວຽກຈາກຕ່າງປະເທດ, ໃຫ້ຕິດຕໍ່ເພື່ອຢັ້ງຢືນຕົວຕົນ ແລະ ເບີຕິດຕໍ່ຂອງບໍລິສັດຈ້າງງານກ່ອນ.
  • ຢ່າຫຼົງກົນອຸບາຍນຳການສະເໜີເງື່ອນໄຂທີ່ດີເກີນໄປ ຫຼື ຂໍ້ຕົກລົງໃນການຮັບເງິນທີ່ບໍ່ສາມາດຢັ້ງຢືນໄດ້.
ດິຈິຕອລ ແບ້ງຄິງ
ຫນ້າຫຼັກ Digital Banking
Hi App
Hi Online
Hi Business
info@phongsavanhbank.com
ໂທ:(+856-21)716999
Copyright Phongsavanh Bank 2018