Share ໜ້ານີ້

ການຊຳລະເງິນອອນລາຍແບບ SBuyPay

ທະນາຄານພົງສະຫວັນ ຈໍາກັດ ຍິນດີນຳສະເຫນີທາງເລືອກໃຫມ່ໃນການຊຳລະເງິນ ແບບອອນລາຍ ໂດຍຜ່ານລະບົບ ອີ-ຄັອມເມີສ ທີ່ມີຊື່ເອີ້ນວ່າ: “SBuyPay”. ຊຶ່ງທ່ານສາມາດນຳໃຊ້ໃນການຂະຫຍາຍທຸລະກິດ, ການເພີ່ມຍອດຂາຍ ແລະ ການສ້າງຄວາມສະດວກໃຫ້ແກ່ລູກຄ້າຂອງທ່ານ.

“SBuyPay” ສາມາດຕອບສະໜອງຄວາມຕ້ອງການໃຫ້ທ່ານໄດ້ ໃນການ:
  • ຂາຍສິນຄ້າ 24ຊົ່ວໂມງ/7ວັນ ຜ່ານທາງເວັບໄຊຕ໌.
  • ສະໜອງການຂາຍໃຫ້ລູກຄ້າ ທັງພາຍໃນ ແລະ ຕ່າງປະເທດ.
  • ຂາຍພາຍໃຕ້ສາມສະກຸນເງິນ: ກີບ, ບາດ ແລະ ໂດລາ.
  • ຊ່ວຍໃຫ້ທ່ານຂາຍສິນຄ້າ ດ້ວຍຄວາມຫມັ້ນໃຈ ໂດຍບໍ່ຕ້ອງກັງວົນເລື່ອງຄວາມບໍ່ປອດໄພ ຈາກທາງອິນເຕີເນັດ, ເພາະ Gateway ທີ່ເຮົານໍາໃຊ້ແມ່ນ ລະບົບຄວາມປອດໄພລ່າສຸດ 3DS ຂອງມາດຕະຖານສາກົນໃນນາມ MasterCard.
  • ເຂົ້າສູ່ລະບົບ Merchant Administrator Portal ເພື່ອກວດສອບບັນຊີຂອງທ່ານໃນການຊຳລະເງິນສະດວກສະບາຍ ເວລາໃດກໍ່ໄດ້ ທີ່ທ່ານຕ້ອງການ.
  • ຂາຍໃຫ້ລູກຄ້າທີ່ນຳໃຊ້ບັດເຄຼດິດ ແລະ ເດບິດໃນກຸ່ມ Mastercard, Union Pay ແລະ JCB .
ເງື່ອນໄຂ/ການພິຈາລະນາໃນການສະໝັກ “SBuyPay”
  • ບໍລິສັດຕ້ອງຈົດທະບຽນໃນປະເທດລາວໃນຖານະບໍລິສັດ ຫຼື ທຸລະກິດ ແລະ ມີປະຫວັດເຄຣດິດທີ່ດີ, ຕ້ອງບໍ່ມີປະຫວັດເຄຣດິດທີ່ບໍ່ດີກັບສະຖາບັນການເງິນໃດໜື່ງ.
  • ຕ້ອງຂາຍສິນຄ້າ/ບໍລິການ ທີ່ຖືກກົດໝາຍ ແລະ ບໍ່ເຮັດກິດຈະການຜິດກົດໝາຍເຊັ່ນ: ຂາຍຢາເສບຕິດ, ການພະນັນ ຫຼື ຜະລິດຕະພັນລາມົກອານາຈານອື່ນໆ
  • ເວບໄຊຣ໌ຈະຕ້ອງບໍ່ແມ່ນ platform “cyber mall” ຫຼື “shopping mall” ທີ່ຜູ້ຂາຍສະແດງລາຍການຂາຍ ສິນຄ້າທີ່ຂາຍຕ້ອງມາຈາກບໍລິສັດ.
  • ຕ້ອງມີເວບໄຊຣ໌ ພ້ອມຈົດທະບຽນໃນຊື່ຂອງບໍລິສັດ ຫຼື ບຸກຄົນທີ່ເປັນຜູ້ລົງນາມ ທີ່ໄດ້ຮັບອະນຸຍາດຕາມໃບທະບຽນວິສາຫະກິດຂອງບໍລິສັດ.
  • ຫຼັກຖານການຈົດທະບຽນຊື່ Internet domain ໃນຊື່ຂອງບໍລິສັດ ຫຼື ເຈົ້າຈອງທຸລະກິດທີ່ເປັນຜູ້ລົງນາມ ທີ່ໄດ້ຮັບອະນຸຍາດ.
  • ຕົວຢ່າງໜ້າເວບໄຊຣ໌ຂໍ້ມູນຜະລິດຕະພັນ/ບໍລິການ ແລະ ການຊໍາລະ/check-out web page.
ເອກະສານປະກອບໃນການສະໝັກ
  • ສໍາເນົາໃບທະບຽນວິສາຫະກິດ.
  • ສໍາເນົາໃບອະນຸຍາດດຳເນີນທຸລະກິດ.
  • ສໍາເນົາໃບທະບຽນອາກອນ.
  • ສໍາເນົາປະຫວັດຂອງບໍລິສັດ.
  • ສຳເນົາບັດປະຈຳຕົວ/ໜັງສືເດີນທາງ.
  • ສໍາເນົາສຳມະໂນຄົວ (ສໍາລັບຄົນລາວ).
  • ໃບລາຍງານການເຄື່ອນໄຫວບັນຊີຂອງບໍລິສັດ 3ເດືອນລ້າສຸດ.
  • ສໍາເນົາປື້ມບັນຊີສະກຸນເງິນກີບ ທະນາຄານພົງສະຫວັນ ຈໍາກັດ.
ຄ່າທໍານຽມ ແລະ ຄ່າໃຊ້ຈ່າຍອື່ນໆ
ຄ່າທໍານຽມຈໍານວນເງິນ
ຄ່າທໍານຽມລາຍເດືອນ30 ໂດລາ
ຄ່າທໍານຽມການເຊື່ອມຕໍ່ເຂົ້າ Website (ເກັບຄັ້ງດຽວ)250 ໂດລາ
ຄ່າທໍານຽມສ່ວນຫຼຸດຮ້ານຄ້າ (MDR)/ລາຍການ4 %

ລະບົບການຊໍາລະເງິນ ເພື່ອຮ້ານຄ້າອອນໄລນ໌ ສະບາຍໃຈ ກັບການຊັອບອອນໄລນ໌ ຕະຫຼອດ 24 ຊົ່ວໂມງ ປອດໄພຜ່ານລະບົບຮັກສາຄວາມປອດໄພຕາມມາດຕະຖານສາກົນ ຊໍາລະໄດ້ຢ່າງສະດວກສະບາຍໄປກັບ ສະບາຍເພ “SbuyPay” ຂອງທະນາຄານພົງສະຫວັນ ຈໍາກັດ.

ຮ້ານຄ້າທີ່ມີຄວາມສົນໃຈ ເປັນສະມາຊິກທຸລະກຳຊຳລະສະສາງແບບອອນລາຍ “SBuyPay” ຂອງທະນາຄານພົງສະຫວັນ ກະລຸນາຕິດຕໍ່ ພະແນກທະນາຄານອີເລັກໂທຣນິກ, ທະນາຄານພົງສະຫວັນ ຫຼື ຕິດຕໍ່ພະນັກງານບໍລິການ ຢູ່ໜ່ວຍບໍລິການໃກ້ບ້ານທ່ານ. Call Center: 1188.

ດາວໂຫຼດແບບຟອມສະໝັກ

ດິຈິຕອລ ແບ້ງຄິງ
ຫນ້າຫຼັກ Digital Banking
Hi App
Hi Online
Hi Business
info@phongsavanhbank.com
ໂທ:(+856-21)716999
Copyright Phongsavanh Bank 2018