Share ໜ້ານີ້

ເງິນກູ້ສຳລັບລູກຄ້າທຸລະກິດຂະໜາດໃຫຍ່

ຄຸນລັກສະນະຂອງສິນເຊື່ອ

ເປັນການໃຫ້ບໍລິການສິນເຊື່ອຕໍ່ລູກຄ້າລາຍໃຫຍ່ທີ່ດໍາເນີນທຸລະກິດຖືກຕ້ອງຕາມກົດໝາຍ ສປປ ລາວ, ດ້ວຍການສະໜັບສະໜູນເງິນກູ້ທັງເປັນເງິນທຶນໝູນວຽນເພີ່ມສະພາບຄ່ອງໃນທຸລະກິດໄລຍະສັ້ນ ແລະ ໄລຍະກາງ ຫຼື ເປັນເງິນກູ້ຄົງທີ່ລົງທຶນໃນຊັບສິນຄົງທີ່ໄລຍະຍາວເປັນຕົ້ນ.

ອັດຕາດອກເບ້ຍ
  • ສະກຸນເງິນກີບ: ເລີ່ມຕົ້ນທີ່ 9.25% / ປີ ຫຼື 0.77% / ເດືອນ
  • ສະກຸນເງິນໂດລາ: ເລີ່ມຕົ້ນທີ່ 8.50% / ປີ ຫຼື 0.71% / ເດືອນ
  • ສະກຸນເງິນບາດ: ເລີ່ມຕົ້ນທີ່ 8.50% / ປີ ຫຼື 0.71% / ເດືອນ

ໝາຍເຫດ: ສໍາລັບອັດຕາດອກເບ້ຍຂຶ້ນກັບແຕ່ລະສະກຸນເງິນ ໂດຍອັດຕາດອກເບ້ຍເລີ່ມຕົ້ນບວກ (+) ຄ່າຄວາມສ່ຽງຂຶ້ນກັບການຈັດເກດຂອງລູກຄ້າແຕ່ລະກໍລະນີ: AAA, AA, A

ເອກະສານປະກອບ
  1. ໃບຄໍາຮ້ອງຂໍສິນເຊື່ອ (ແບບຟອມຂອງທະນາຄານ)
  2. ເອກະສານຂໍ້ມູນສ່ວນຕົວຂອງຜູ້ກູ້ຢືມ / ຜູ້ກູ້ຮ່ວມ / ຜູ້ຄໍ້າປະກັນ
    - ສໍາເນົາສໍາມະໂນຄົວ (ສໍາເນົາ)
    - ບັດປະຈໍາຕົວ (ສໍາເນົາ)
    - ປຶ້ມຜ່ານແດນ, Passport (ສໍາເນົາ)
  3. ເອກະສານການດໍາເນີນທຸລະກິດ
    - ໃບທະບຽນວິສາຫະກິດ (ສຳເນົາ)
    - ໃບອະນຸຍາດດຳເນີນທຸລະກິດ (ສຳເນົາ)
    - ໃບທະບຽນອາກອນ (ສໍາເນົາ)
  4. ເອກະສານດ້ານການບໍລິຫານພາຍໃນ
    - ໂຄງຮ່າງການຈັດຕັ້ງ
    - ລະບຽບພາຍໃນຂອງບໍລິສັດ
    - ຂໍຕົກລົງຮັບຮູ້ຈາກຂາຮຸ້ນ
    - ໃບຢັ້ງຢືນການຮ່ວມທຶນ ຫຼື ຜູ້ຖືຮຸ້ນ ກໍລະນີມີການຮ່ວມທຶນ
  5. ເອກະສານດ້ານການເງິນ
    - ໃບສະຫຼຸບຊັບສົມບັດ (Balance Sheet)
    - ໃບສະຫຼຸບງົບກໍາໄລ-ຂາດທຶນ (Profit & Loss)
    - ງົບກະແສເງິນສົດ Cash Flow
    - ໃບສະຫຼຸບຜົນໄດ້ຮັບທ້າຍປີ
    - Statement ການເຄື່ອນໄຫວເງິນຝາກທຸກທະນາຄານທີ່ເຄື່ອນໄຫວ 2-3 ປີຍ້ອນຫຼັງເຖີງປະຈຸບັນ
    - ບົດວິພາກເສດຖະກິດ (ກໍລະນີໂຄງການໃໝ່ ຫຼື ເປັນການຂະຫຍາຍທຸລະກິດ).
  6. ຫຼັກຊັບຄ້ຳປະກັນ
    - ປຶ້ມບັນຊີເງິນຝາກ
    - ສຳເນົາໃບຕາດິນ
    - ໃບມອບກຳມະສິດນໍາໃຊ້ໃບຕາດິນຂອງບຸກຄົນອື່ນມາເປັນຫຼັກຊັບຄໍ້າປະກັນ
    - ພັນທະບັດລັດຖະບານ
    - ອື່ນໆ...
  7. ເອກະສານອື່ນໆຕາມຄວາມຮຽກຮ້ອງຂອງທະນາຄານຕົວຈີງ ຂຶ້ນກັບແຕ່ລະກໍລະນີ.
ຄ່າທຳນຽມບໍລິການຫຼັງຈາກ ໄດ້ຮັບອະນຸມັດເງິນກູ້
  • ຄ່າທໍານຽມອະນຸມັດ: 1% ຂອງວົງເງິນທີ່ອະນຸມັດ.
  • ຄ່າທຳນຽມປະເມີນຫຼັກຊັບ: 0.25% ຂອງວົງເງິນອະນຸມັດ.
ດິຈິຕອລ ແບ້ງຄິງ
ຫນ້າຫຼັກ Digital Banking
Hi App
Hi Online
Hi Business
info@phongsavanhbank.com
ໂທ:(+856-21)716999
Copyright Phongsavanh Bank 2018