Share ໜ້ານີ້

ບໍລິການໂອນເງິນ

ການໂອນເງິນພາຍໃນປະເທດຜ່ານຕູ້ ATM

ຄຸນລັກສະນະ:

ເປັນການໂອນເງິນດ້ວຍວິທີການໂອນເງິນເຂົ້າບັນຊີດ້ວຍກັນລະຫວ່າງບັນຊີກັບບັນຊີໃນຂອບເຂດທົ່ວປະເທດ ເຊິ່ງການໂອນເງິນວິທີນີ້ມີຄວາມສະດວກສະບາຍສໍາລັບຜູ້ທີ່ຖືບັດພົງສະຫວັນ ດ້ວຍການບໍລິການໂອນເງິນຜ່ານຕູ້ ATM ໄດ້ຕະຫຼອດ 24 ຊົ່ວໂມງ.

ສະດວກ:
  • ຜູ້ຮັບໄດ້ຮັບເງິນທັນທີ.
  • ສາມາດໂອນໄດ້ສູງສຸດ 90,000,000 ກີບ/ມື້ ສໍາລັບບັດເງິນ ແລະ 99,000,000 ກີບສໍາລັບບັດຄໍາ ບໍ່ຈໍາກັດ ຈໍານວນຄັ້ງ.
  • ຜູ້ໂອນໄດ້ຮັບສະລິບເກັບໄວ້ເປັນຫຼັກຖານ.
  • ເປີດບໍລິການ ຕະຫຼອດ 24 ຊົ່ວໂມງ/ມື້ 7ມື້/ອາທິດ.
ເງື່ອນໄຂໃນການໂອນເງິນ:

ຜູ້ສົ່ງ ແລະ ຜູ້ຮັບຕ້ອງມີເລກບັນຊີ ແລະ ບັດເອທີເອັມຂອງທະນາຄານພົງສະຫວັນ ຈຳກັດ.

ຂັ້ນຕອນ:

  • ນຳບັດເອທີເອັມຂອງທະນາຄານພົງສະຫວັນ ເຂົ້າໄປໃນຕູ້ເອທີເອັມຂອງທະນາຄານ.
  • ກົດລະຫັດລັບຂອງທ່ານ 4 ຕົວເລກ
  • ເລືອກພາສາລາວ ຫຼື ອັງກິດ
  • ເລືອກປະເພດການບໍລິການເປັນການໂອນເງິນລະຫວ່າງບັນຊີ
  • ເລືອກບັນຊີທີ່ທ່ານຕ້ອງການໂອນເງິນອອກ
  • ໃສ່ຈຳນວນເງິນທີ່ທ່ານຕ້ອງການໂອນ
  • ໃສ່ເລກບັນຊີຂອງຜູ້ຮັບທີ່ທ່ານຈະໂອນເງິນໄປໃຫ້
  • ລໍຖ້າລະບົບປະຕິບັດການຈົນສຳເລັດ ແລະ ຮັບໃບບິນລາຍການໂອນເງິນ.

ຄ່າ​ທຳນຽມ:

ຄ່າຊົດເຊີຍການໃຫ້ບໍລິການຝາກ-ຖອນເງິນກັບສາຂາຕ່າງແຂວງ
ໂອນ​ຜ່ານ ສະກຸນ​ເງິນ ຄ່າ​ທຳນຽມ
ທະນາຄານພົົງສະຫວັນ ກີບ 0.02%/1 ຄັ້ງ​, ຕໍ່າ​ສຸດ 10,000 ກີບ, ສູງ​ສຸດ1,000,000 ກີບ.
ບາດ 0.02%/1 ຄັ້ງ​, ຕໍ່າ​ສຸດ 40 ບາດ, ສູງ​ສຸດ 4,000 ບາດ.
ໂດລາ 0.02%/1 ຄັ້ງ​, ຕໍ່າ​ສຸດ 1 ​ໂດ​ລາ, ສູງ​ສຸດ 100 ​ໂດ​ລາ.

ໝາຍເຫດ:

  • ການໂອນເງິນຢູ່ພາຍໃນແຂວງດຽວກັນ ແມ່ນບໍ່ເສຍຄ່າທຳນຽມໃດໆ.
  • ການໂອນເງິນປະເພດນີ້ສາມາດໂອນໄດ້ທັງບັນຊີປະເພດສະກຸນເງິນດຽວກັນ ຫຼື ຕ່າງສະກຸນເງິນ ເຊິ່ງຈະນຳໃຊ້ອັດຕາແລກປ່ຽນໃນມື້ນັ້ນ
  • ຄ່າທຳນຽມຈະຖືກຄິດໄລ່ໂດຍອັດຕະໂນມັດຈາກລະບົບ ຕາມອັດຕາຂ້າງເທິງນັ້ນ.
ດິຈິຕອລ ແບ້ງຄິງ
ຫນ້າຫຼັກ Digital Banking
Hi App
Hi Online
Hi Business
info@phongsavanhbank.com
ໂທ:(+856-21)716999
Copyright Phongsavanh Bank 2018