ລາຍລະອຽດໂປໂມຊັນ
- ລູກຄ້າທີ່ີສະໝັກບັດເຄຣດິດໃໝ່ ສະໝັກ 3 ບັດ (Visa/MasterCard/JCB) ຟຣີຄ່າທໍານຽມສະໝັກບັດ ແລະ ຄ່າທໍານຽມລາຍປີ ໃນປີທໍາອິດ ແລະ ປີຕໍ່ໆໄປຈ່າຍຄ່າທໍານຽມລາຍປີພຽງບັດດຽວເທົ່ານັ້ນ (ປົກກະຕິຄ່າທໍານຽມລາຍປີບັດຄໍາ 400,000ກີບ/ບັດ/ປີ ແລະ ບັດເງິນ 300,000ກີບ/ບັດ/ປີ);
- ກໍລະນີຫາກຜູ້ຖືບັດທ່ານໃດທີ່ປິດບັດກ່ອນຄົບກໍານົດ 1 ປີ ແມ່ນຈະເກັບຄ່າທໍານຽມ 80,000ກີບ/ບັດ;
- ທຸກໆບັດຈະໄດ້ຮັບຄະແນນສະສົມເພື່ອແລກຮັບຂອງລາງວັນ ຕະຫຼອດການໃຊ້ບັດ 10,000ກີບ = 1ຄະແນນ.
ໄລຍະເວລາ
ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ຈົນເຖິງວັນທີ 31/12/2023.
ເງື່ອນໄຂ ແລະ ເອກະສານສະໝັກ
ບັດ Credit ທະນາຄານພົງສະຫວັນ ເປັນບັດສິນເຊື່ອ ທີ່ມີຄຸນປະໂຫຍດຫຼາກຫຼາຍ:
- ສາມາດເຮັດທຸລະກໍາຜ່ານຕູ້ ATMs/ປ່ອງບໍລິການ ໄດ້ທົ່ວໂລກ;
- ສາມາດເຮັດທຸລະກໍາຊໍາລະສິນຄ້າ ແລະ ບໍລິການຜ່ານເຄື່ອງ POS ໄດ້ທົ່ວໂລກ;
- ສາມາດຊໍາລະສິນຄ້າ-ບໍລິການ Online ໄດ້;
- ຖອນເງິນສົດໄດ້ໃນ Hi App Phongasavnh.
ຄຸນສົມບັດ ແລະ ເງື່ອນໄຂການສະໝັກ:
- ສໍາລັບຜູ້ຖືບັດຫຼັກ ມີອາຍຸ 21-60 ປີ ແລະ ບັດເສີມມີອາຍຸ 18 ປີຂື້ນໄປ;
- ພະນັກງານ Payroll ອາຍຸງານ 1 ປີຂື້ນໄປ ລາຍຮັບຕໍ່ເດືອນຂັ້ນຕໍ່າ 1.5 ລ້ານກີບຂື້ນໄປ (ໄດ້ບັດເງິນ) 10 ລ້ານກີບຂື້ນໄປ (ໄດ້ບັດຄໍາ);
- ສໍາລັບບໍລິສັດທີ່ບໍ່ໄດ້ຈ່າຍ Payroll ກັບທະນາຄານພົງສະຫວັນ ຕ້ອງເປັນລູກຄ້າທີ່ເຮັດວຽກຢູ່ບໍລິສັດ/ອົງກອນທີ່ມີຊື່ສຽງເປັນທີ່ຮູ້ຈັກ ລະດັບຫົວໜ້າພະແນກຂື້ນໄປ;
- ບຸກຄົນທົ່ວໄປ ພຽງແຕ່ມີບັນຊີເງິນຝາກທະນາຄານພົງສະຫວັນ ເລີ່ມຕົ້ນ 5 ລ້ານກີບຂື້ນໄປ;
- ສໍາລັບລູກຄ້າອາຍຸ 60ປີຂື້ນໄປຕ້ອງມີບັນຊີເງິນຝາກຄໍ້າປະກັນ;
- ອາຊີບຂ້າລາຊະການ, ພະນັກງານປະຈໍາ ຫຼື ເຈົ້າຂອງກິດຈະການ ກໍ່ມີບັດເຄຣດິດໄວຄອບຄອງໄດ້.
ເອກະສານປະກອບສໍາລັບລູກຄ້າຈ່າຍ Payroll / ລູກຄ້າໜ້າເຊື່ອຖື:
- ໃບຢັ້ງຢືນຕໍາແໜ່ງ/ເງິນເດືອນ ຈາກຝ່າຍບຸກຄະລາກອນ;
- ໃບສະແດງລາຍຮັບເງິນເດືອນ 3 ເດືອນຢ້ອນຫຼັງ (Statement);
- ໃບຢັ້ງຢືນທີ່ຢູ່;
- ສໍາເນົາບັດປະຈໍາຕົວ ຫຼື Passport;
- ສໍາເນົາສໍາມະໂນຄົວ.
ເອກະສານປະກອບສໍາລັບລູກຄ້ານັກທຸລະກິດ:
- ສໍາເນົາໃບທະບຽນວິສະຫະກິດ;
- ສໍາເນົາໃບທະບຽນອາກອນ;
- Statement 6 ເດືອນຢ້ອນຫຼັງ;
- ບິນຊື້-ຂາຍ, ປື້ມບັນທືກ ຫຼື ເອກະສານຕ່າງໆທີ່ສະແດງລາຍຮັບ;
- ໃບຢັ້ງຢືນທີ່ຢູ່;
- ສໍາເນົາບັດປະຈໍາຕົວ ຫຼື Passport;
- ສໍາເນົາສໍາມະໂນຄົວ.
ເອກະສານປະກອບສໍາລັບລູກຄ້າມີບັນຊີເງິນຝາກທະນາຄານພົງສະຫວັນຄໍ້າ:
ສໍາເນົາບັດປະຈໍາຕົວ ຫຼື Passport.
ປັດຈຸບັນໄດ້ມີໂປຣໂມຊັ່ນ:
- ສະໝັກ 3 ບັດ: Visa/Mastercard/JCB ຟຣີຄ່າທໍານຽມສະໝັກບັດ ແລະ ຄ່າທໍານຽມລາຍປີ, ປີຕໍ່ໆໄປຊໍາລະຄ່າທໍານຽມລາຍປີພຽງບັດດຽວ;
- Phongsavanh Flexi ຜ່ອນຊໍາລະໜີ້ບັດເຄຣດິດ ອັດຕາດອກເບ້ຍ 0% ໄລຍະເວລາສູງສຸດເຖິງ 9 ເດືອນ;
- ນໍາໃຊ້ບັດທະນາຄານພົງສະຫວັນ ທີ່ຮ້ານຄ້າຮ່ວມລາຍການ ໄດ້ຮັບສ່ວນຫຼຸດເຖິງ 5-40%;
- ມີບໍລິການແຈ້ງເຕືອນໃຊ້ບັດເຄຣດິດ ແລະ ແຈ້ງເຕືອນ Statement ຜ່ານ WhatsApp/Telegram ຟຣີ.
ຊ່ອງທາງຕິດຕໍ່
Call Center 1188 / WhatsApp: 020 2222 2851