ທະນາຄານ ພົງສະຫວັນ ມີຄວາມຍິນດີແຈ້ງໃຫ້ລູກຄ້າໄດ້ຮັບຊາບວ່າ ທະນາຄານ ໄດ້ສໍາເລັດການມີ ທະນາຄານ ເຈພີ ມໍແກນ ເຊດສ໌ (JP Morgan Chase U.S) ທະນາຄານຊັ້ນນໍາລະດັບໂລກ ແລະ ທະນາຄານທີ່ໃຫ້ບໍລິການທາງດ້ານການເງິນທີ່ໃຫຍ່ທີ່ສຸດໃນອະເມລິກາ ເປັນໜຶ່ງໃນທະນາຄານຕົວແທນໃໝ່ເພີ່ມຕື່ມອີກທະນາຄານໜຶ່ງໃນການອໍານວຍຄວາມສະດວກການຊໍາລະຊະສາງລະຫວ່າງປະເທດສະກຸນເງິນໂດລາ. ຄວາມສຳເລັດດັ່ງກ່າວນີ້ຈະເຮັດໃຫ້ທະນາຄານສາມາດບໍລິການລູກຄ້າໄດ້ດີຂຶ້ນກວ່າເກົ່າລວມເຖີງການໂອນເງິນທີ່ໄວຂຶ້ນ ແລະ ການຕິດຕາມສະຖານະຂອງທຸລະກໍາເງິນໂອນຕາມເວລາຕົວຈິງ.
ລູກຄ້າຈະໄດ້ຮັບຜົນປະໂຫຍດຫຼາຍເມື່ອທ່ານໃຊ້ບໍລິການຜ່ານທະນາຄານ ທພສວ