Share ໜ້ານີ້

ບໍລິການໂອນເງິນ

ໂອນເງິນລະຫວ່າງປະເທດດ້ວຍລະບົບ SWIFT
ຄຸນລັກສະນະ:

ການໂອນເງິນຜ່ານ SWIFT ແມ່ນມີຄວາມສະດວກສະບາຍຫຼາຍຢ່າງ ເພື່ອເອື້ອອໍານວຍຄວາມສະດວກແກ່ລູກຄ້າ ທີ່ມີອຸປະກາລະຄຸນທຸກທ່ານ ບໍ່ວ່າທ່ານຈະຢູ່ແຫ່ງຫົນໃດ, ເຊື້ອຊາດໃດ ທ່ານກໍ່ສາມາດສົ່ງເງິນ ຫຼື ຮັບເງິນໄດ້ຈາກທົ່ວທຸກມຸມໂລກດ້ວຍການບໍລິການທີ່ດີເລີດຂອງພວກເຮົາ.

ຄຸນປະໂຫຍດຈາກການບໍລິການຂອງພວກເຮົາຈະເຮັດໃຫ້ທ່ານ:

  • ສາມາດໂອນ​ເງິ​ນໄປໄດ້ທຸກປະເທດທົ່ວໂລກດ້ວຍການບໍລິການດ້ວຍລະບົບ SWIFT.
  • ຄ່າທຳນຽມໃນການບໍລິການໂອນ ແມ່ນຖືກ
  • ບໍ່ຈຳກັດຈຳນວນເງິນໂອນ (Unlimited).
  • ໂອນ​ໄປ​ຕ່າງ​ປະ​ເທດ​ໃນ​ນາມສ່ວນຕົວ ຫຼື ຊຳລະສິນຄ້າ
  • ການບໍລິການສະດວກວ່ອງໄວ
  • ລະບົບມີແບບຊັດເຈນ, ໂປ່ງໃສ, ອຸ່ນໃຈທັງຕົ້ນທາງ ແລະ ປາຍທາງ.
  • ມີທະນາຄານຕົວແທນທີ່ມີຊື່ສຽງໃວ້ບໍລິການທ່ານ.
ເງື່ອນໄຂການໂອນເງິນຜ່ານ SWIFT:
  1. ການໂອນເງິນເຂົ້າຈາກຕ່າງປະເທດ (Inward Remittance)
    • ພຽງແຕ່ທ່ານແຈ້ງຊື່​ບັນ​ຊີ ​ແລະ ​ເລກ​ບັນ​ຊີ​ຂອງ​ທ່ານໃຫ້ກັບຜູ້ທີ່ຕ້ອງການໂອນເງິນເຂົ້າມາບັນຊີຂອງທ່ານທີ່​ມີ​ຢູ່ທະນາຄານພົງສະຫວັນ
    • ເງິນຈະຖືກໂອນເຂົ້າມາຜ່ານລະບົບຂອງທະນາຄານພົງສະຫວັນ ຈຳກັດ, ຜ່ານທະນາຄານຕົວແທນຢູ່ຕ່າງປະເທດ ເຊິ່ງພວກເຮົາໄດ້ນຳໃຊ້ຮູບແບບສື່ສານຂໍ້ມູນແບບອັດຕະໂນມັດທັນສະໄໝ(SWIFT) ເຊິ່ງຈະໃຊ້ເວລາພຽງ 24-48 ຊົ່ວໂມງເທົ່ານັ້ນ.
    • ພຽງແຕ່ທ່ານແຈ້ງຄຳແນະນຳການໂອນເງິນໃຫ້ກັບຜູ້ທີ່ຕ້ອງການໂອນເງິນມາ ໂດຍໃຫ້ລູກຄ້າຕື່ມຂໍ້ມູນຕາມລີ້ງຂ້າງລຸ່ມນີ້ :

      ກະລຸນາຄິກລີ້ງນີ້ເພື່ອປ້ອນຂໍ້ມູນ

  2. ການໂອນເງິນອອກຕ່າງປະເທດ (Outward Remittance)
    • ພຽງທ່ານປະກອບຂໍ້ມູນເຊັ່ນ: ຊື່, ເລກບັນຊີ ​ແລະ ທີ່ຢູ່ຂອງທະນາຄານຜູ້ຮັບປາຍທາງ
    • ພ້ອມເອກະສານປະກອບເຊັ່ນ: ໜັງສືເດີນທາງ, ບັດປະຈຳຕົວ, ໃບຮຽກເກັບເງິນ, ໃບສັ່ງຊື້ສິນຄ້າ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງກັບຈຸດປະສົງຂອງການໂອນເງິນ.
ຂັ້ນຕອນ:
  • ທ່ານ​ສາມາດ​ໂອນ​ເງິນ​ດ້ວຍ​ການ​ຕັດ​ບັນຊີຫລື ​​ເງິນສົດ
  • ແຈ້ງຈຸດປະສົງຂອງການໂອນເງິນຂອງທ່ານໃຫ້ພະນັກງານບໍລິການຂອງທະນາຄານຮັບຊາບ
  • ຂຽນແບບ​ຟອມ​ຂອງ​ທະນາຄານ​ພົງ​ສະຫວັນພ້ອມ​ເອກະສານ​ປະກອບ​ຕາມ​ຈຸດປະສົງ​ໃນ​ການ​ໂອນ.
  • ທ່ານສາມາດ​ເຮັດ​ທຸລະ​ກໍາ​ຕາມ ປ່ອງບໍລິການຂອງທະນາຄານທຸກໆແຫ່ງຕາມເວລາເປີດໃຫ້ບໍລິການ.
  • ຂັ້ນຕອນງ່າຍໆສະດວກສະບາຍ.
ຄ່າທຳນຽມ:

ທ່ານສາມາດເບິ່ງໄດ້ທີ່ຄ່າທໍານຽມບໍລິການຂອງທະນາຄານພົງສະຫວັນ

ດິຈິຕອລ ແບ້ງຄິງ
ຫນ້າຫຼັກ Digital Banking
Hi App
Hi Online
Hi Business
info@phongsavanhbank.com
ໂທ:(+856-21)716999
Copyright Phongsavanh Bank 2018