Share ໜ້ານີ້

ບໍລິການໂອນເງິນ

ການໂອນເງິນລະຫວ່າງທະນາຄານພາຍໃນປະເທດ
ຄຸນລັກສະນະ:

ບັນດາລູກຄ້າທີ່ມີຄວາມຕ້ອງການໂອນໄປຫາຜູ້ໄດ້ຮັບຜົນປະໂຫຍດທີ່ມີບັນຊີຢູ່ທະນາຄານອື່ນ, ທະນາຄານມີຄວາມຍິນດີບໍລິການທ່ານ ດ້ວຍລະບົບການໂອນເງິນຜ່ານສູນຊຳລະສະສາງແຫ່ງຊາດ, ທະນາຄານແຫ່ງ ສປປລາວ ເຊິ່ງມີທັງໂອນຜ່ານລະບົບ NPS ຫຼື ແຊັກ, ຊຶ່ງຈະໃຊ້ເວລາບໍ່ເກີນ 1 ວັນລັດຖະການ. ທ່ານສາມາດໂອນເງິນໄປຍັງຜູ້ທີ່ມີບັນຊີຢູ່ ທະນາຄານອື່ນໄດ້ ຜ່ານທາງສາຂາຂອງ ທະນາຄານພົງສະຫວັນ ທົ່ວປະເທດ ອັນຈະເຮັດໃຫ້ທ່ານສະດວກຫຼາຍຢ່າງ.

ສະດວກ:
  • ຜູ້ຮັບສາມາດຮັບເງິນໄດ້ພາຍໃນເວລາບໍ່ເກີນ 24 ຊົ່ວໂມງ
  • ບໍ່ຈໍາກັດວົງເງິນ ແລະ ຈໍານວນຄັ້ງໃນການໂອນຕໍ່ວັນ
ເງື່ອນໄຂໃນການໂອນເງິນ:
  • ຜູ້ໂອນ: ຕ້ອງມີບັດປະຈຳຕົວ ຫຼື ສຳມະໂນຄົວ
  • ຜູ້ຮັບ: ຕ້ອງມີບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື ປື້ມບັນຊີເງິນຝາກຂອງທະນາຄານປາຍທາງ.
ຂັ້ນຕອນ:

  • ກະກຽມເອກະສານຢັ້ງຢືນສະຖານະຂອງທ່ານຕາມຂ້າງເທິງນັ້ນສາກ່ອນ
  • ທ່ານສາມາດໂອນດ້ວຍເງິນສົດ ຫຼື ຕັດຈາກບັນຊີຂອງທ່ານ
  • ທ່ານສາມາດທໍາທຸລະກໍາໄດ້ຕາມປ່ອງບໍລິການຕ່າງໆຂອງທະນາຄານ.
ດິຈິຕອລ ແບ້ງຄິງ
ຫນ້າຫຼັກ Digital Banking
Hi App
Hi Online
Hi Business
info@phongsavanhbank.com
ໂທ:(+856-21)716999
Copyright Phongsavanh Bank 2018