Share ໜ້ານີ້

ບໍລິການໂອນເງິນ

ການບໍລິການໂອນເງິນຜ່ານລະບົບ Western Union
ຄຸນລັກສະນະ:

ທະນາຄານພົງສະຫວັນໃຫ້ບໍລິການໂອນ-ຮັບເງິນດ່ວນຜ່ານເວສເຕິ້ນຢູນຽນດ້ວຍການບໍລິການທີ່ສະດວກ,ວອງໄວ ​ແລະ ເຊື່ອຖືໄດ້ໂດຍທ່ານສາມາດໃຊ້ບໍລິການໄດ້ທີ່ທຸກຈຸດບໍລິການຂອງທະນາຄານພົງສະຫວັນທົ່ວປະເທດ

ກໍລະນີມາຮັບເງິນ:
  • ຜູ້​ຮັບ​ເງິນຕ້ອງ​ມີ​ບັດປະຈຳຕົວ ຫຼື ໜັງສືເດີນທາງທີ່​ຍັງ​ບໍ່​ໝົດ​ອາຍຸ
  • ໂຕເລກກຳກັບການໂອນເງິນ (MTCN)
  • ຊື່ ແລະ ນາມສະກຸນຜູ້ສົ່ງເງິນແລະ ປະເທດຕົ້ນທາງ.
  • ຈໍານວນເງິນທີ່​ຕ້ອງ​ຮັບ
ກໍລະນີມາໂອນເງິນ:
  • ຜູ້ສົ່ງ​ເງິນຕ້ອງມີບັດປະຈຳຕົວຫຼືໜັງສືເດີນທາງທີ່ຍັງບໍ່ໝົດອາຍຸ
  • ຊື່​ ​ແລະ ນາມສະກຸນຜູ້​ຮັບ​ເງິນ
  • ລະ​ບຸ​ເມືອງ ​ແລະ ປະ​ເທດ​ປາຍທາງ.
  • ລະບຸຈຳນວນເງິນທີ່ຕ້ອງການສົ່ງ.
ຄ່າທຳນຽມ:

ທ່ານສາມາດສອບຖາມຄ່າທໍານຽມໃນການໂອນເງິນອອກຜ່ານເວສເຕິ້ນຢູນຽນໄດ້ທີ່ຈຸດບໍລິການໃກ້ບ້ານທ່ານຫຼືໂທCall Center 1188 ກົດ 3 (ສໍາລັບລູກຄ້າຜູ້ຮັບເງິນແມ່ນບໍ່ເສຍຄ່າທໍານຽມ)

ດິຈິຕອລ ແບ້ງຄິງ
ຫນ້າຫຼັກ Digital Banking
Hi App
Hi Online
Hi Business
info@phongsavanhbank.com
ໂທ:(+856-21)716999
Copyright Phongsavanh Bank 2018